ຊຽງຂວາງ ຄາດຈະໃຫ້ເສດຖະກິດຂະຫຍາຍຕົວ 9%

ຄືດັ່ງທີ່ພວກເຮົາຮູ້ກັນດີ ວ່າຊຽງຂວາງເປັນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນ ສິນໃນນ້ຳ ແລະປ່າໄມ້ທີ່ອຸດົມສົມ ບູນມີແຫຼ່ງທ້ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ
ເຊັ່ນ: ທົ່ງໄຫຫີນ, ບໍ່ນ້ຳຮ້ອນ, ທັງເປັນອີກແຂວງໜຶ່ງໃນບັນດາແຂວງທີ່ບໍ່ມີພົມແດນຕິດກັບນ້ຳຂອງຍ້ອນແນວນີ້ແຂວງຊຽງຂວາງຈິ່ງສຸ່ມໃສ່ທຸກທ່າແຮງເພື່ອຍາດແຍ່ງເອົາໂຄງການລົງທຶນ ຈາກພາກລັດ ແລະເອກະຊົນທັງພາຍໃນ ແລະຕ່າງປະເທດເພື່ອ ເປັນສິ່ງທີ່ຍູ້ດັນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວດ້ານເສດຖະກິດແຂວງໃນປີ 2017 ໃຫ້ຢູ່ໃນລະດັບ 9% ຂຶ້ນໄປໃນປີ 2017.

ອີງຕາມຂໍ້ມູນພະແນກແຜນການ ແລະການລົງທຶນແຂວງ ຊຽງຂວາງໃຫ້ຮູ້ວ່າ: ໃນປີ 2017 ແຂວງຊຽງຂວາງຄາດຄະເນມີພົນລະເມືອງທັງໝົດ247.645 ຄົນ, ຍິງ 121.747 ຄົນ (ອັດຕາ ການຂະຫຍາຍຕົວ 0,6% ຕໍ່ປີ), ຈັງຫວະການຂະຫຍາຍຕົວເສດຖະກິດໃຫ້ຢູ່ໃນລະດັບ 9%, ລວມ ຍອດຜະລິດ ຕະພັນພາຍໃນບັນລຸ 3.262 ຕື້ກີບ ໃນນັ້ນຂົງເຂດກະສິ ກໍາຂະຫຍາຍຕົວ 3,86% ກວມເອົາ 36,89%; ອຸດສາຫະກໍາຂະຫຍາຍຕົວ 11,44% ກວມ 36,64% ແລະການບໍລິການຂະຫຍາຍຕົວ 14,2%, ກວມ 26,47%, ຄາດ ຄະເນລາຍຮັບ GDP ສະເລ່ຍຕໍ່ຄົນ ບັນລຸໄດ້ 1.600ໂດລາຕໍ່ຄົນຕໍ່ປີ.

ພ້ອມດຽວກັນນັ້ນ ສູ້ຊົນເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານ ໃຫ້ໄດ້ 123 ຕື້ກວ່າກີບ ໃນນັ້ນຮັບຈາກສ່ວຍສາອາກອນ 116,22 ຕື້ກີບ, ຮັບຈາກຊັບສິນ 7 ຕື້ກີບ, ຄຸ້ມຄອງລັດວິສາຫະກິດ 62,42 ລ້ານກີບ, ສ່ວນການຄຸ້ມຄອງການປະຕິບັດລາຍຈ່າຍທົ່ວແຂວງ 434,02 ຕື້ກີບ, ຄາດຄະເນການ ຂາດດູນງົບປະມານ 310,73 ຕື້ກີບ, ເທົ່າກັບ 71,18% ຂອງລາຍຈ່າຍຊຶ່ງແຂວງຈະຕ້ອງໄດ້ຮັບດູນ ດ່ຽງຈາກສູນກາງ ແລະຄາດຄະເນແຂວງສາ ມາດກຸ້ມຕົນເອງທາງດ້ານງົບປະມານ 28,41% ຂອງລາຍຈ່າຍທັງໝົດ.

ນອກຈາກນັ້ນ ທົ່ວແຂວງຍັງ ສູ້ຊົນລະດົມທຶນທົ່ວ ສັງຄົມໃຫ້ໄດ້ 1.615 ຕື້ກວ່າກີບ ໃນນັ້ນການ ລົງທຶນຂອງລັດ 77,5 ຕື້ກີບ, ທຶນຊ່ວຍເຫຼືອລ້າ 96,84 ຕື້ກີບ, ການລົງທຶນຂອງພາກເອກະຊົນ ພາຍໃນ ແລະຕ່າງປະເທດ 402,50 ຕື້ກີບ ແລະສິນເຊື່ອທະນາຄານ 1.038 ຕື້ກີບ.

ຢ່າງໃດກໍດີ ເພື່ອເຮັດໃຫ້ວຽກ ດັ່ງກ່າວບັນລຸໄປຕາມຄາດໝາຍ ທີ່ວາງໄວ້ນັ້ນພັກລັດກໍຄືອົງຄະນະພັກແຂວງໄດ້ສືບຕໍ່ເພີ່ມທະວີການ ຄຸ້ມຄອງຕິດຕາມກວດກາປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຮ່ວມ ກັບບັນດາໂຄງການຊ່ວຍເຫຼືອ ທາງການເພື່ອການພັດທະນາ ເພື່ອຮັບປະກັນປະສິດທິພາບຂອງ ການພັດທະນາ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ສູງຂຶ້ນ, ສ້າງບົດສະເໜີໂຄງການສະເໜີຫາກົມຮ່ວມມືກັບ ສາກົນເພື່ອລະດົມທຶນຊ່ວຍເຫຼືອ ຈາກອົງການຈັດຕັ້ງສາກົນນອກ ນີ້ຍັງປຸກລະດົມປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າເຂົ້າໃນການຈັດ ຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມໃຫ້ຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາຂຶ້ນ ເທື່ອລະກ້າວ.


ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.