ຫຼວງພະບາງ ທາງເຈື່ອນຫຼາຍຈຸດຍ້ອນໄພທຳມະຊາດ
ເນື່ອງຈາກສະພາບໄພພິບັດທີ່ເກີດຂຶ້ນໃນເດືອນສີງຫາຜ່ານມາ ລວມ ທັງຝົນຕົກໜັກໃນໄລຍະອາທິດຜ່ານມາ ໄດ້ເຮັດໃຫ້ບໍລິເວນແຄມແມ່ນ້ຳຄານ ເມືອງຫຼວງພະບາງຫຼາຍຈຸດ ເກີດສະພາບດິນເຈື່ອນເປັນໄລຍະຍາວ, ສ້າງ ຄວາມເສຍຫາຍຫຼາຍສົມຄວນມີກໍາແພງ ຕ້ານເຈື່ອນເສຍຫາຍ 20 ກວ່າແມັດ ແລະທາງຍ່າງກໍ່ເສຍຫາຍປະມານ 20 ແມັດ, ສ່ວນຫົນທາງແມ່ນຍຸບຕົວລົງ ມີຄວາມກວ້າງປະມານ 2 ແມັດ ແລະ ຍາວປະມານ 10 ກວ່າແມັດ.
ທ່ານ ບຸນເພັງ ຈິດຕະພອນ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເຫດການດັ່ງກ່າວ ການນຳຂອງເມືອງ ກໍ່ຄືພະແນກໂຍທາທິການ ແລະຂົນສົ່ງ ໄດ້ຊີ້ນຳໃຫ້ຫ້ອງການໂຍທາທິການ ແລະຂົນສົ່ງເມືອງສົມທົບກັບທຸກພາກ ສ່ວນເພື່ອລົງກວດກາຕົວຈິງຜ່ານການ ກວດກາເຫັນວ່າ ຈຸດດັ່ງກ່າວແມ່ນສ້າງ ຄວາມເສຍຫາຍຫຼາຍສົມຄວນ ຊຶ່ງໄດ້ ເຮັດໃຫ້ສະພາບຂອງດິນຫຍຸບ ແລະ ເຈື່ອນລົງກະທົບເຖິງລະບົບໂຄງລ່າງ ພື້ນຖານດ້ານເສັ້ນທາງ ແລະລະບົບໄຟ ຟ້າ, ຊຶ່ງປະຈຸບັນຍັງມີທ່າອ່ຽງຈະເກີດດີນເຈື່ອນຕື່ມ ຖ້າຫາກລະດັບນ້ຳຂອງແມ່ນ້ຳຄານມີການຂຶ້ນລົງຜິດປົກກະຕິ ແລະຫາກເກີດມີຝົນຕົກຕື່ມ.
ທ່ານ ບຸນເພັງ ຈິດຕະພອນ ກ່າວຕື່ມ ວ່າ: ປະຈຸບັນແມ່ນໄດ້ມີການແຕ່ງຕັ້ງ ທີມງານລົງສົມທົບກັບອົງການປົກຄອງ ບ້ານໃນການຕິດຕາມເຝົ້າລະວັງຢ່າງ ໃກ້ຊິດ ພ້ອມທັງມີການລາຍງານຕໍ່ຂັ້ນ ເທິງເປັນໄລຍະ, ໄດ້ຮຽກຮ້ອງມາຍັງປະ ຊາຊົນຜູ້ທີ່ມີຈຸດປະສົງນຳໃຊ້ເສັ້ນທາງ ລຽບແຄມແມ່ນ້ຳຄານ ສະເພາະຢູ່ເມືອງ ຫຼວງພະບາງແມ່ນໃຫ້ລະມັດລະວັງໃນ ການສັນຈອນ.
ນອກຈາກຈຸດດັ່ງກ່າວແລ້ວ ໄດ້ເກີດ ມີສະພາບນ້ຳຖ້ວມຂັງໃນຫຼາຍຈຸດໃນ ໄລຍະທີ່ຝົນຕົກໜັກໃນວັນທີ 30 ກັຍຍາ ຫາວັນທີ 1 ຕຸລາຜ່ານມາ ເຮັດໃຫ້ເສັ້ນ ທາງບາງຈຸດ ຕ້ອງໄດ້ຢຸດການສັນຈອນ ຊົ່ວຄາວ ແລະມີຫຼາຍຈຸດມີຄວາມສ່ຽງ ຕໍ່ການເກີດດີນເຈື່ອນ ໂດຍສະເພາະ ແມ່ນແຂດແຄມຫ້ວຍ ແລະຮ່ອງນ້ຳຈຳ ນວນໜຶ່ງ ຊຶ່ງປະຈຸບັນວິຊາການຂອງ ເມືອງ ພວມລົງສຳຫຼວດເກັບກຳຂໍ້ມູນ ລາຍລະອຽດ.
ທີ່ມາ: SEDTHAKID

No comments