ຫລາຍພາກສ່ວນ ແລກປ່ຽນຄວາມຮູ້ ດ້ານວິທະຍາສາດ-ເຕັກໂນໂລຊີ
ຂປລ. ບັນດາຜູ້ປະກອບການ, ນັກທຸລະກິດ, ນັກລົງທຶນ, ນັກຄົ້ນຄວ້າ, ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດຮັບຟັງ ທຳຄວາມເຂົ້າໃຈ ກ່ຽວກັບສະພາບ ດ້ານນະໂຍບາຍທາງດ້ານ ວິທະຍາສາດ-ເຕັກໂນໂລຊີ ແລະ ຂະແໜງການອື່ນໆຂອງ ສປປ ລາວ ກໍຄື ປຶກສາຫາລື ກ່ຽວກັບຊ່ອງທາງການຮ່ວມມື ແລະ ຈັບຄູ່ຮ່ວມມື ລະຫວ່າງ ພາກສ່ວນຕ່າງໆ ເພື່ອແລກປ່ຽນ ແລະ ຮ່ວມມືດ້ານວຽກງານ ວິທະຍາສາດ-ເຕັກໂນໂລຊີ ແນ່ໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ບັນດາເປົ້າໝາຍ, ໂຄງການ ແລະ ແຜນຈຸດສຸມ ຂອງຍຸດທະສາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ສາມາດບັນລຸໄດ້ ຕາມຄາດໝາຍ.

ໂອກາດນີ້, ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮຽກຮ້ອງໃຫ້ ບັນດາຜູ້ເຂົ້າຮ່ວມ ໃນກອງປະຊຸມ ກ່ຽວກັບການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນວັນທີ 13 ຕຸລານີ້ ຢູ່ ນະຄອນຫລວງວຽງຈັນ ຈົ່ງເອົາໃຈໃສ່ ສຶກສາຮຽນຮູ້ ແລະ ເຂົ້າໃຈສະພາບ ນະໂຍບາຍເງື່ອນໄຂຕ່າງໆຂອງ ສປປ ລາວ ເພື່ອນຳໄປພິຈາລະນາ ການຮ່ວມມື ການລົງທຶນໃນຂະແໜງ ວິທະຍາສາດ-ເຕັກໂນໂລຊີ ແລະ ຂະແໜງການອື່ນໆ ເປັນຕົ້ນທາງດ້ານຊີວະ ເຕັກໂນໂລຊີ-ກະສິກຳ, ພະລັງງານທົດແທນ, ວັດສະດຸໃໝ່, ການແພດ, ວິສະວະກຳ, ການບໍລິການ, ໄຟຟ້າ, ເອເລັກໂຕຣນິກ ແລະ ອື່ນໆ ທັງນີ້ເພື່ອຜັນຂະຫຍາຍ ຈັດຕັ້ງປະຕິບັດ ແຜນຍຸດທະສາດ ການພັດທະນາວຽກງານ ວິທະຍາສາດ- ເຕັກໂນໂລຊີ ຮອດປີ 2025 ແລະ ວິໃສທັດ ຮອດປີ 2030 ໂດຍສອດຄ່ອງ ກັບທິດທາງ ຄວາມໝາຍຈຸດສຸມ ຂອງມະຕິ X ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃຫ້ເປັນກຳລັງແຮງ ຂັບເຄື່ອນ ແລະ ພາຫະນະບຸກທະລຸ ໃນການພັດທະນາບັນດາ ເປົ້າໝາຍຈຸດສຸມ ເປັນຕົ້ນ ການຫລຸດພົ້ນຈາກ ສະຖານະພາບປະເທດ ດ້ອຍພັດທະນາ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຮອດປີ 2020.
ທີ່ມາ: KPL

No comments