ບໍລິສັດ ລາວຊຳຊຸງ ທຸ້ມເງິນ145 ລ້ານກີບ ໃສ່ດ້ານການສຶກສາ

ຂປລ. ​ໃນ​ວັນ​ທີ 13 ຕຸລາ ນີ້ ທີ່ ນະຄອນຫລວງ​ວຽງຈັນ, ບໍລິສັດ ລາວ​ຊຳ​ຊຸງ ​ເອ​ເລັກ​ໂຕຣ​ນິກ ຈຳກັດ ​ມອບ​ເງິນ 17.300 ​ໂດ​ລາ​ສະຫະລັດ ຫລື ປະມານ 145 ລ້ານ​ກີບ ມອບ​ໃຫ້​ອົງການ​ຫ່ວງ​ໃຍ​ຮ່ວມ​ໃຈ​ພັດທະນາ (World Renew Laos) ​ເພື່ອນ​ຳ​ໄປ​ພັດທະນາ​ ດ້ານ​ການ​ສຶກສາ​​ໃນ 2 ​ແຂວງ​ພາກ​ເໜືອ ຂອງ​ລາວ ​ຄື: ​​ແຂວງຜົ້ງ​ສາລີ ​ແລະ ​ແຂວງຊຽງ​ຂວາງ. ມອບ​ໂດຍ​ທ່ານ ຊຶງ​ໂຮ ຊອຍ, ຜູ້​ຈັດການ​ໃຫຍ່ ປະຈຳ​ລາວ ບໍລິສັດ ລາວ​ຊຳ​ຊຸງ ​ເອ​ເລັກ​ໂຕຣ​ນິກ ຈຳກັດ​ຜູ້ດຽວ ​ຮັບ​ໂດຍ ທ່ານ ​ໄມ້ ​ເຟັນ​ເນ​ມາ ຜູ້ຕາງໜ້າ ຈາກ​ອົງການ​ຫ່ວງ​ໃຍ ​ຮ່ວມ​ໃຈ​ພັດທະນາ ​ແລະ ບັນດາ​ສື່​ມວນ​ຊົນ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທ່ານ ໄມ້ ​ເຟັນ​ເນ​ມາ ​​ເຜີຍ​ໃຫ້​ຮູ້​ວ່າ: ​ອົງການ​ຫ່ວງ​ໃຍ​ ຮ່ວມ​ໃຈ​ພັດທະນາ ​ເປັນ​ໂຄງການໜຶ່ງທີ່ ​ສະໜັບສະໜູນ ວຽກງານພັດທະນາ​ ປະ​ເທດ​ລາວ ​​ເຊິ່ງ​ໄດ້​ສຸມ​ໃສ່ ວຽກງານ​ສຶກສາ,​ ສາທາລະນະ​ສຸກ, ສຸຂະ​ພິບານ, ກະສິກຳ ​ແລະ ຄວາມໝັ້ນຄົງ ທາງ​ດ້ານ​ສະບຽງອາຫານ ​ແລະ ການ​ສ້າງ​ຄວາມ​ສາມາດ ​ໃນ​ການ​ເປັນ​ຜູ້ນຳ​ ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ ​ເຊິ່ງ ປັດຈຸບັນ ດຳ​ເນີນ​ໂຄງການ​ຢູ່ 2 ​ແຂວງ ​ຄື: ​ແຂວງ​ຊຽງຂວງ ​ແລະ ​ແຂວງຜົ້ງ​ສາລີ. ສຳລັບ​ແຂວງ ​ຊຽງຂວາງ ມີ​​ເມືອງໜອງ​ແຮດ, ​ເມືອງ​ຄຳ ​ແລະ ​ເມືອງ​ຄູນ, ປະກອບ​ມີ 37 ບ້ານ, ຫລາຍ​ກວ່າ14.000 ຄົນ​ ເຂົ້າ​ຮ່ວມ​ໂຄງການ, ສ່ວນ​ແຂວງ​ຜົ້ງ​ສາລີ ປະກອບມີ 17 ບ້ານ​ ໃນ​ເມືອງ​ໃໝ່ ​​ເຂົ້າ​ຮ່ວມ​ໂຄງການ ​ຫລາຍ​ກວ່າ 3.000 ຄົນ.

ທ່ານ ຊຶງ​ໂຮ ຊອຍ ​​ກ່າວ​ວ່າ: ບໍລິສັດ ລາວ​ຊຳ​ຊຸງ ​ເອ​ເລັກ​ໂຕຣ​ນິກ ຈຳກັດ​ຜູ້ດຽວ ​ມີ​ຄວາມ​ຸ່ງໝັ້ນ​ ໃນ​ການ​ສົ່ງ​ເສີມການ​ພັດທະນາ ​ແບບ​ຍືນ​ຍົງ ລວມ​ເຖິງ​ການ​ປ່ຽນ​ແປງຊີວິດ​, ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ໃຫ້​ດີ​ຂຶ້ນ ​ໂດຍ​ສະໜັບສະໜູນ ດ້ານ​ກາ​ນສຶກສາ, ສຸຂະ​ອະນາ​ໄມ ​ແລະ ພັດທະນາ​ຊຸມ​ຊົນ ດ້ວຍ​ຫລາຍ​ວິທີ ບໍ່ພຽງ​ແຕ່​ເນັ້ນ​ສ້າງ​ຜົນ​ກຳ​ໄລ ​ໃຫ້​ບໍລິສັດ​ເທົ່າ​ນັ້ນ ​ແຕ່​ຍັງ​ຄືນ​ກຳ​ໄລ ​ໃຫ້​ກັບ​ສັງຄົມອີກ​ດ້ວຍ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.