ໂຮງຮຽນທ່າແຂກສະຫຼອງວັນຄູແຫ່ງຊາດ ຄົບຮອບ 22 ປີ
ທ່ານ ຄໍາສອນ ຄໍາມູນວົງ ຜູ້ອໍານວຍການໂຮງຮຽນ ມປ ທ່າແຂກ ໄດ້ກ່າວວ່າ ສົກຮຽນ 2015 – 2016 ແລະ ແຜນພັດທະນາການສຶກສາ ປະຈໍາສົກຮຽນ 2016 -2017 ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໃນການ ພັດທະນາການສຶກສາ ໂດຍປະຕິບັດຕາມ 3 ແຜນງານໃຫຍ່ກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ມີການຂະຫຍາຍດ້ານປະລິມານ ແລະ ຄຸນະພາບຢ່າງຮອບດ້ານ, ດ້ານອາຄານ ມີອາຄານຮຽນ 8 ຫຼັງ ໃນນັ້ນ ອາຄານຮຽນໂຄງການສອນຄອມພິວເຕີຮ່ວມກັບເອກະຊົນ 1 ຫຼັງ, ສູນ ICT 1 ຫລັງ, ຫ້ອງສອນປະຈໍາ 36 ຫ້ອງ, ຫ້ອງມ້ຽນເຄື່ອງທົດລອງ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ, ມີຫ້ອງປະຈໍາການຄູ 9 ຫ້ອງ, ມີຄະນະອໍານວຍການ 4 ທ່ານ, ຍິງ 1 ທ່ານ, ພະນັກງານ ແລະ ລັດຖະກອນຄູທັງໝົດ 98 ທ່ານ, ຍິງ 63 ທ່ານ, ພະນັກງານບໍລິຫານ 3 ທ່ານ, ຄູສອນຊ່ວຍ 11 ທ່ານ, ມີນັກຮຽນທັງໝົດ 1.962 ຄົນ, ຍິງ 1.101 ຄົນ, ການນໍາໃຊ້ຫຼັກສູດການ ແມ່ນສອນຕາມຫຼັກສູດ ຊັ້ນມັດທະຍົມຕອນປາຍ ຂອງກະຊວງສຶກສາທິການ ແລະ ກິລາ, 98% ຂອງວິຊາຮຽນທັງໝົດ ສາມາດສອນໝົດຕາມ ໂຄງການຫຼັກສູດກໍານົດ ແຜນງານພັດທະນາ ການສຶກສາປະຈໍາສົກຮຽນ 2016 2017 ຄາດໝາຍແມ່ນ ການພັດທະນາການສຶກສາ ຕ້ອງຮັບປະກັນ 3 ລັກສະນະຄື: ລັກສະນະຊາດ, ລັກສະນະວິທະສາດທັນສະໄໝ ແລະ ລັກສະນະມະຫາຊົນ, ຕັ້ງໜ້າປະເມີນຜົນ, ປັບປຸງແບບແຜນການຄຸ້ມຄອງພະນັກງານລັດຖະກອນ ກວດກາປະເມີນຜົນ, ເພື່ອໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍ ພອ້ມນີ້ ທ່ານ ລືໄຊ ສີຫາລາດ ຮອງຜູ້ອໍານວຍໂຮງຮຽນ ມປ ທ່າແຂກ ຍັງໄດ້ເລົ່າປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ເຊີ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ນາຍຄູຄຳ ແລະ ໄດ້ມີການມອບໃບຍ້ອງຍໍ ໃຫ້ບັນດາພະນັກງານ ຄູອາຈານຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາປະກອບມີ ຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາຈຳນວນ 60 ທ່ານ, ຍ້ອງຍໍຂັ້ນແຂວງຄຳມ່ວນມີ 24 ທ່ານ ແລະ ຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລາ 22 ທ່ານ ເປັນກຽດມອບໂດຍທ່ານ ນັນຕະໄຊ ອິນທະສອນ.
ທີ່ມາ: KPL
No comments