ແຂວງຊຽງຂວາງເຄັ່ງຮ້ອນກະກຽມ ງານມະຫາກຳກິລາແຫ່ງຊາດຄັ້ງທີ XI


ຂປລ. ກອງປະຊຸມຄະນະຮັບຜິດຊອບລະດັບຊາດຄັ້ງທີ I ງານມະຫາກຳກິລາແຫ່ງຊາດຄັ້ງທີXIໄດ້ຈັດຂຶ້ນໃນວັນທີ 11 ຕຸລາ2016 ນີ້ ທີ່ຫ້ອງວ່າການປົກຄອງແຂວງຊຽງ ຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ, ທ່ານນາງ ແສງເດືອນ ຫຼ້າຈັນທະບຸນ ລັດຖະມົນກະຊວງສຶກສາທິການແລະກິລາ ພ້ອມ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ.

ກອງ​ປະຊຸມ​ຄັ້ງ​ນີ້​​ເພື່ອ​ກວດກາ ​ແລະ ທົບ​ທວນຄືນ​ຄວາມ​ພ້ອມ​ ໃນ​ການ​ກະກຽມ​ໃຫ້​ແກ່​ ມະຫະກໍາ​ກິລາ​ແຫ່ງ​ຊາດ ​ທີ່​ແຂວງ​ຊຽງ​ຈະ​ເປັນ​ເຈົ້າພາບ​ຕົ້ນ​ໃນ​ປີ 2018 ພ້ອມ​ນີ້​ກໍໄດ້ລົງສຳຫຼວດ ສະຖານທີ່ໂຮງຮຽນ ໃນເທສະບານໂພນສະຫັວນ ຈຳນວນ 16 ໂຮງຮຽນ ມີ 404 ຫ້ອງ ສາມາດບັນຈຸໄດ້8.080ຄົນ ເປັນສະຖານທີ່ພັກນັກກິລາ ແລະ ຄູຝຶກ, ທີ່ພັກການນຳແຂກພາຍໃນ ແລະ ຕ່າງປະເທດມີໂຮງແຮມ 16 ແຫ່ງ, ເຮືອນ ພັກ69ແຫ່ງ ສາມາດບັນຈຸໄດ້ 2.578ຄົນ ແລະ ຍັງກຳລັງ ກໍ່ສ້າງໃໝ່ ອີກ10ແຫ່ງ ປັດຈຸບັນສະໝາມກິລາ ບາງປະເພດໄດ້ກໍ່ສ້າງສຳເລັດແລ້ວ ປະເພດກິລາທີ່ຈະນຳເຂົ້າແຂ່ງຂັນ ມີ 28ປະເພດກິລາ ແລະ 1ກິລາສາທິດ ການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ ແຂວງຊຽງຂວາງ ຈະເຮັດໃຫ້ປະຊາຊົນເພີ່ມ ທະວີຄວາມ ເຊື່ອໝັ້ນຕໍ່ ການນຳພາຂອງພັກລັດ ເປັນການຟື້ນຟູສຸຂະພາບຮ່າງກາຍ ແລະ ຈິດໃຈຂອງຊາວຊຽງຂວາງທີ່ຖືກສົງຄາມທຳ ລາຍມາເປັນເວລາຫຼາຍສິບປີ, ເປັນການເຕົ້າໂຮມຄວາມສາມັກຄີ, ຟື້ນຟູທາງດ້ານ ວັດທະນະທຳບັນດາເຜົ່າ ໃນແຂວງ ແລະ ຜູ້ທີ່ເຄີຍມາເຄື່ອນໄຫວ ເຮັດການປະຕິວັດ ໃນສະໄໝຕໍ່ສູ້ກູ້ຊາດ ໃຫ້ຫວນຄືນມາແຂວງຊຽງຂວາງອີກຄັ້ງ ຈະໄດ້ຮັບການສະໜັບ ສະໜູນຈາກບັນດາແຂວງຕ່າງໆ ໃນທົ່ວປະເທດ ນອກນີ້ຍັງຈະເປັນການຊຸກຍູ້ ການເຕີບໃຫຍ່ທາງດ້ານ ເສດຖະກິດ,ຫຼຸດຜ່ອນຄວາມທຸກຍາກ, ພັດທະນາໂຄງລ່າງພື້ນຖານ, ເປັນການຂະຫຍາຍ ການທ້ອງທ່ຽວ ແລະ ແຂວງຊຽງຂວາງກໍ່ຈະໄດ້ມີ ສະໜາມກິລາປະເພດຕ່າງໆ. ຂ່າວ: ບຸນມີ ແສງທຸມມີ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.