ຄຳມ່ວນ ສະຫຼອງ ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພສາກົນ
ຂປລ. ໃນວັນທີ 13 ຕຸລາ 2016 ນີ້ ທີ່ສະໂມສອນ 21 ມີນາ ໄດ້ຈັດພິທີ ສະເຫຼີມສະຫຼອງວັນ ຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພສາກົນ ໂດຍມີ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ສິງ ເມໂນລາດ ໄດ້ກ່າວຈຸດປະສົງ ໃນການສະເຫຼີມສະຫຼອງ ວັນສາກົນຫຼຸດຜ່ອນໄພພິບັດ ໃນປີ 2016 ແມ່ນເພື່ອຍົກສູງ ຄວາມຮັບຮູ້ຂອງປວງຊົນ ຕໍ່ການຫຼຸດຜ່ອນຄວາມສ່ຽງ ແລະ ເພື່ອຊຸກຍູ້ສົ່ງເສີມ ຂອບວຽກຂອງເຊັນໄດ ຊຶ່ງປຽບເໝືອນ ຕາຕະລາງຊ່ວຍຊິວິດ ເພື່ອສ້າງຄວາມຕ້ານທານ ຕໍ່ໄພພິບັດຂອງທຳມະຊາດ ຫຼື ຄົນສ້າງຂຶ້ນ ເຊິ່ງອົງການສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ຖືເອົາ ວັນທີ 13 ຕຸລາ ຂອງທຸກໆ ປີ ເປັນມື້ສະເຫຼີມສະຫຼອງ ວັນຄຸ້ມຄອງໄພພິບັດອາຊຽນ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ ການສະເຫຼີມສະຫຼອງດັ່ງກ່າວແມ່ນ ເພື່ອເນັ້ນໃສ່ການຫຼຸດຜ່ອນຄວາມສ່ຽງ, ຫຼຸດຜ່ອນການເສຍຊິວິດ ເນັ້ນໃສ່ໃນການລົງທຶນ ເຂົ້າໃນວຽກງານເຕືອນໄພຂ້າງໜ້າ, ການຫ້າງຫາກະກຽມ ແລະ ສິ່ງອຳນວຍ ຄວາມສະດວກທາງດ້ານຄວາມທົນທານ ຂອງຊຸມຊົນ. ຕາມສະຖິຕິຂອງໂລກ ໄດ້ລາຍງານກ່ຽວກັບອັດຕາການ ເສຍຊິວິດທີ່ກ່ຽວກັບໄພພິບັດ 2005-2014 ມີປະມານ 76.424 ຄົນຕໍ່ປີ, ປີ 2015 ມີຜູ້ເສຍຊິວິດ 22.772 ຄົນ, ໃນນັ້ນ ເສຍຊິວິດຍ້ອນນໍ້າຖ້ວມ 5.938 ຄົນ, ລົມພາຍຸ 17.778 ຄົນ, ໄພແຫ້ງແລ້ງ 2.030 ຄົນ, ແຜ່ນດິນເຈື່ອນ 1.369 ຄົນ, ແຜ່ນດິນໄຫວ ຫຼື ຊືນາມິ 42.381 ຄົນ,ໄຟປ່າ 73 ຄົນ, ພູໄຟລະເບີດ 46 ຄົນ, ການອຶດຫິວ 373 ຄົນ, ເສຍຊິວິດ ຍ້ອນອຸປະຕິເຫດ 5.884 ຄົນ. ສະເພາະແຂວງຄຳມ່ວນ ແມ່ນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດ ທີ່ເກີດຂຶ້ນທຸກໆ ປີ ໄດ້ສ້າງຄວາມເສຍຫາຍທາງດ້ານຊິວິດ, ວັດຖຸ ແລະ ສິ່ງຂອງທີ່ສຳຄັນຕ່າງໆ ແລະ ເພື່ອປະຕິບັດຕາມນະ ໂຍບາຍດັ່ງກ່າວ ໂດຍສະເພາະການຫຼຸດຜ່ອນ ຄວາມສ່ຽງການ ເຕືອນໄພລ່ວງໜ້າ ໃນໄລຍະຜ່ານມາ ອົງການກາແດງລາວ ໄດ້ຮັບການສະໜັບສະໜູນ ຈາກອົງການກາແດງເພືອນມິດ ໄດ້ຈັດຕັ້ງປະຕິບັດ ວຽກງານຫຼຸດຜ່ອນຄວາມສ່ຽງໄພ ພິບັດຊຸມຊົນ ຢູ່ແຂວງຄຳມ່ວນ ມີ 5 ເມືອງຄື: ຫີນບູນ, ເຊບັ້ງໄພ, ມະຫາໄຊ, ຍົມມະລາດ ແລະ ບົວລະພາ. ເພື່ອໃຫ້ໄດ້ຮັບຜົນສຳເລັດ ຂອງຂະບວນການຫຼຸດຜ່ອນຄວາມສ່ຽງ ທາງດ້ານໄພພິບັດ ແມ່ນຂຶ້ນກັບພາກສ່ວນຕ່າງໆ ແລະ ການມີສ່ວນຮ່ວມຢ່າງ ກ້ວາງຂວາງ ໃຫ້ການສະໜັບສະໜູນ ລວມທັງພາກລັດ ອຳນາດການປົກຄອງທ້ອງຖິ່ນ ຊຸມຊົນ, ການຈັດຕັ້ງທາງສັງຄົມ, ພາກສ່ວນເອກະຊົນ, ການຈັດຕັ້ງສາກົນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃນລະດັບພາກຟື້ນ ແລະ ລະດັບຊາດ ເພື່ອຫຼຸດ ຜ່ອນຄວາມສ່ຽງ ແລະ ການສູນເສຍຕ່າງໆ.
ທີ່ມາ: KPL

No comments