ມອບ-ຮັບ ໂຄງການກໍ່ສ້າງສະຖານ ນີວິທະຍຸກະຈ່າຍສຽງລະບົບເອຟເອັມ

ຂປລ. ອາທິດ​ນີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນຈັດພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຍົກລະດັບຄວາມແຮງສົ່ງສະຖານີວິທະຍຸກະຈາຍສຽງ ລະບົບເອຟເອັມ 5 ກິ​ໂລວັດໃຫ້ກຽດ ເຂົ້າຮ່ວມ ເຊັນບົດ ບັນທຶກໂດຍ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ເພັດພະຈັນ ສູນດາລາ ປະທານບໍລິສັດໄອທີກຼຸບ.
ໂຄງການກໍ່ສ້າງ ແລະ ຍົກລະດັບຄວາມແຮງສົ່ງສະຖານນີວິທະຍຸກະຈາຍສຽງ ແຂວງສາລະວັນ ລະບົບ FM ຄວາມ​ຖີ່ 101,2 MHz (5 KW) ​ເຊິ່ງ​ໄດ້​ລົງມື​ກໍ່ສ້າງ​ມາ​ແຕ່​ຕົ້ນ​ເດຶອ​ນ ກຸມພາ 2016, ມາ​ຮອດ​ປະຈຸ​ບັນ​ນີ້​ແມ່ນ​ສຳ​ເລັດ 100%, ປະກອບມີການກໍ່ສ້າງຫຼັກອັງແຕນສູງ 120 ແມັດ, ຕິດເຄື່ອງສົ່ງວິທະຍຸ ຄວາມແຮງ 5 ກິໂລວັດ ພ້ອມທັງຕິດຕັ້ງອຸປະກອນຕ່າງໆ ລວມມູນຄ່າ 1 ຕື້​ກວ່າກີບ.
ທັງນີ້ກໍ່ເພື່ອຍົກລະດັບຄວາມແຮງສົ່ງ ແລະ ເພີ່ມຂີດຄວາມສາມາດໃນການກະຈາຍສຽງທາງວິທະຍຸຂອງແຂວງໃຫ້ກວມພື້ນທີ່ໃນ 8 ຕົວເມືອງ ແລະ ຕ່າງແຂວງເພື່ອສະໜອງຂໍ້ມູນຂ່າວສານ ມີ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບສູງທາງ​ດ້ານ​ສຽງ​ໃນ​ການ​ຮັບ​ຟັງ​ຂອງ​ມວນ​ຊົນ​ທົ່ວ​ໄປ​ໄດ້​ຢ່າງ​ກວ້າງ​ຂວງ​ຂື້ນ​​.
ພາບ-​ຂ່າວ ສິດ​ຕາ ​ເພັດ​ວົງສາ​




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.