ກຽມພົບກັບ ງານສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທີ 1
ຂປລ. ງານສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທີ 1 ຈະໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 20-22 ຕຸລາ ທີ່ຈະເຖິງນີ້ ຢູ່ມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ບົດບາດຂອງຮູບເງົາ ໃນການສຶກສາອົບຮົມ ການເມືອງແນວຄິດ ຂອງຄົນໃນສັງຄົມ ຖືເປັນການປູກຈິດສຳນຶກ ໃຫ້ແກ່ຊາວໜຸ່ມ, ນັກສຶກສາ ໃຫ້ມີຄວາມຮັກມັກ ໃນອາຊີບຮູບເງົາ ຫລາຍຂຶ້ນ.
ທ່ານ ອະນຸສອນ ສິຣິສັກດາ ປະທານກຸ່ມ ວິຊາຊີບຮູບເງົາ ກ່າວໃນງານຖະແຫລງຂ່າວ ສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທີ 1 ໃນວັນທີ 13 ຕຸລານີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ໃນງານດັ່ງກ່າວ, ຈະປະກອບມີຫລາຍ ກິດຈະກຳທີ່ກ່ຽວຂ້ອງ ກັບຮູບເງົາ ເຊັ່ນ ມີການເສວະນາ ໃນຫົວຂໍ້ “ຮູບເງົາ ອາຊີບທີ່ຄວນແກ່ ການສົ່ງເສີມ” ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ການເສວະນາ ກໍຄື ສັງຄົມໄດ້ຮັບຮູ້ເຂົ້າໃຈເຖິງບົດບາດ, ຄວາມສຳຄັນ ຂອງຮູບເງົາ ແລ້ວຫັນມາຮັກມັກ ໃນວິຊາຊີບນີ້ຫລາຍຂຶ້ນ. ມີການສຳມະນາ ໃນຫົວຂໍ້ “ແນວຄວາມຄິດ ໃນການຜະລິດຮູບເງົາ” ໂດຍຈະມີ ຜູ້ກຳກັບຮູບເງົາ ທີ່ມີຊື່ສຽງຈາກປະເທດໃກ້ຄຽງ ມາບັນລະຍາຍ, ແລກປ່ຽນບົດຮຽນ ໃນການສ້າງຮູບເງົາ ແລະ ກອງປະຊຸມ ວິຊາການ ກ່ຽວກັບ ການສ້າງເຄືອຂ່າຍ ກຸ່ມວິຊາຊີບ ໃນສະຖານການສຶກສາ. ນອກນີ້, ຈະມີການສາຍຮູບເງົາ ເລື່ອງຍາວຫລາຍເລື່ອງ ທີ່ໄດ້ຮັບຄວາມນິຍົມ ຈາກສັງຄົມ ເຊັ່ນ: ຮູບເງົາເລື່ອງ ຈັນທະລາ, ນ້ອຍ, ຂວັນນາງ, ຮັກອີ່ຫລີ 2, ຄູຂອງຂ້ອຍ, ຄວາມຮັກຫລຸຍ-ໃບຕອງ ແລະ ຮູບເງົາເລື່ອງສັ້ນ ທີ່ໄດ້ຮັບລາງວັນ ຈາກການແຂ່ງຂັນຮູບເງົາ ທົ່ວປະເທດ “ 40 ປີ ແຜ່ນດິນແມ່ທີ່ແສນຮັກ ” ແລະ ຮູບເງົາເລື່ອງສັ້ນ ຂອງນັກສຶກສາ ກໍຄື ຈະມີການວິເຄາະ, ວິຈານ ແລະ ພົບປະແລກປ່ຽນ ບົດຮຽນກັນ ລະຫວ່າງ ຜູ້ສ້າງຮູບເງົາ, ນັກສະແດງ ແລະ ຜູ້ຊົມ.
ທີ່ມາ: KPL

No comments