ເຊກອງ ຈະສູ້ຊົນບັນລຸ ຍອດຜະລິດເຂົ້າ 60 ພັນໂຕນ ໃນຕໍ່ໜ້າ

ຂປລ. ວັນ​ທີ 12 ຕຸລາ 2016 ນີ້, ​ແຂວງ​ເຊ​ກອງ ​ເປີດ​ເຜີຍ​ແຜນ ​ພັດທະນາ ​ເສດຖະກິດ-ສັງຄົມ ​ວ່າ​ຕົນ​ເອງ​ ໄດ້ຕັ້ງ​ເປົ້າ​ໝາຍ​ສູ້​ຊົນ​ ການ​ຜະລິດ​ ສະບຽງ​ອາຫານ​ ​ໂດຍ​ສະ​ເພາະ ​ແມ່ນ​ເຂົ້າ ​ເພື່ອ​ຮອງ​ຮັບ​ການ​ເພີ່ມ​ຂຶ້ນ ຂອງ​ປະຊາກອນ ຮອດ 2020 ​ປະມານ 1 ແສນກວ່າຄົນ,​ໃນ​​ເນື້ອ​ທີ່​ສູ້​ຊົນ 12 ພັນ​ກວ່າ​ເຮັກຕາ, ຜົນ​ຜະລິດ ​ໃຫ້​ໄດ້ 60 ພັນ​ໂຕນ​.

ທ່ານ ທອງຄຳ ມະນີວົງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ຄາດຄະເນ ໃນປີ 2020 ແຂວງເຊກອງ ຈະມີພົນລະເມືອງ ປະມານ 123.300 ຄົນ ໃນເວລານັ້ນ ຄວາມຕ້ອງການ ສະບຽງອາຫານ ໂດຍສະເພາະ ແມ່ນເຂົ້າເປືອກ ຄາດວ່າຈະມີເຖິງ 58.904 ໂຕນ ແລະ ເປັນຄັງແຮ 200 ໂຕນ ລວມທັງໝົດ ບໍ່ໃຫ້ຫຼຸດ 59.104 ໂຕນ, ສະນັ້ນ ຕ້ອງການເນື້ອທີ່ການຜະລິດ ທັງສອງລະດູປະມານ 12.445 ເຮັກຕາ, ພ້ອມສູ້ຊົນ ຍົກຜະລິດຕະພັນ ໃຫ້ໄດ້ຢ່າງໜ້ອຍ 4,7-5 ໂຕນຕໍ່ເຮັກຕາ.

ຄຽງຄູ່ກັບ ການຜະລິດເຂົ້າ ກໍຊຸກຍູ້ປະຊາຊົນ ລ້ຽງສັດປະເພດຕ່າງໆ ເພື່ອຜະລິດຊີ້ນ, ປາ ແລະ ໄຂ່ ສະໜອງຕະຫຼາດໃຫ້ພຽງພໍ ແລະ ສາມາດແກ້ໄຂ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ໄດ້ທັງໝົດ 8.145 ໂຕນ,ສະເລ່ຍການບໍລິໂພກຊີ້ນ, ປາ, ໄຂ່ ໃຫ້ໄດ້ປະມານ 62 ກິໂລຕໍ່ຄົນຕໍ່ປີ,ໃນນັ້ນ ເຂດຕົວເມືອງ ໃຫ້ໄດ້ 72 ກິໂລ ແລະ ເຂດຊົນນະບົດ ໃຫ້ໄດ້ 52 ກິໂລ. ສ່ວນການຜະລິດ ເປັນສິນຄ້າ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ກ່າວວ່າ:

ສຸມໃສ່ພືດທີ່ເປັນທ່າແຮງ ແລະ ມີຕະຫຼາດຮອງຮັບໃຫ້ໄດ້ໃນເນື້ອທີ່ 19.957 ເຮັກຕາ, ຜົນຜະລິດລວມ 128.130 ໂຕນ, ໃນນີ້ເນື້ອທີ່ປູກກາເຟ 11.420 ເຮັກຕາ, ຜົນຜະລິດ 39.970 ໂຕນ; ພືດຜັກ 862 ເຮັກຕາ, ຜົນຜະລິດ 19.476 ໂຕນ;ສາລີແຂງ 513 ເຮັກຕາ, ຜົນຜະລິດ 5.130 ໂຕນ; ອ້ອຍ 140 ເຮັກຕາ, ຜົນຜະລິດ 1.820 ໂຕນ;ຖົ່ວດິນ-ຖົ່ວເຫຼືອງ 845 ເຮັກຕາ, ຜົນຜະລິດ 1.100 ໂຕນ; ມັນຕົ້ນ 790 ເຮັກຕາ, ຜົນຜະລິດ 12.640 ໂຕນ; ສາລີຫວານ 1.268 ເຮັກຕາ, ຜົນຜະລິດ 5.542 ເຮັກຕາ; ເຜືອກ-ມັນ 1.111 ເຮັກຕາ, ຜົນຜະລິດ 11.388 ໂຕນ; ປະເພດໄມ້ໃຫ້ໝາກ 668 ເຮັກຕາ, ຜົນຜະລິດ 21.767 ໂຕນ ແລະ ພືດອື່ນໆ 1.260 ເຮັກຕາ, ຜົນຜະລິດ 9.387 ໂຕນ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.