ແຂວງໄຊຍະບູລີ ສົ່ງອອກສິນຄ້າມູນຄ່າ 33 ລ້ານໂດລາ
ຂປລ. ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານ ມາແຂວງ ໄຊຍະບູລີ ສາມາດສົ່ງອອກສິນຄ້າ ໄປຕ່າງປະເທດ ມີມູນຄ່າທັງຫມົດ 33 ລ້ານກ່ວາໂດລາ ສະຫະລັດ, ທຽບໃສ່ແຜນການປີ ປະຕິບັດໄດ້ 45,91% ເມື່ອທຽບໃສ່ປີຜ່ານມາ ແມ່ນຫລຸດ 43%, ໃນນີ້ ຜະລິດຕະພັນ ກະສິກຳ-ລ້ຽງສັດ ກວມ 31 ລ້ານໂດລາ, ເຄື່ອງປ່າຂອງດົງ 1 ລ້ານກ່ວາໂດລາ, ໄມ້ ແລະ ຜະລິດຕະພັນໄມ້ 648.807 ໂດລາ, ຖ່ານດັງໄຟ 10.000 ກ່ວາໂດລາ, ຫີນຂົບ ແລະ ຊາຍນ້ຳຂອງ ມູນຄ່າ 3.600 ໂດລາ.
ຄຽງຄູ່ການ ສົ່ງອອກສີນຄ້າແລ້ວ, ໃນ 1 ປີຜ່ານມາ ແຂວງ ໄຊຍະບູລີ ຍັງນຳເຂົ້າສິນຄ້າ ຈາກ ຕ່າງປະເທດ ມີມູນຄ່າທັງໝົດ 17 ລ້ານກ່ວາໂດລາ, ທຽບໃສ່ແຜນການປີ ປະຕິບັດໄດ້ 18,52%, ທຽບ ໃສ່ປີຜ່ານມາ ຫຼຸດລົງ 14%, ໃນນີ້ ເປັນໝວດສະບຽງອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ສອຍ ປະຈຳ ວັນ, ອຸປະກອນກໍສ້າງ ແລະ ເຄື່ອງໄຟຟ້າ, ພາຫະນະ ແລະ ອາໄຫລ່, ແນວພັນອຸປະກອນຮັບໃຊ້ ການຜະລິດ, ນ້ຳມັນເຊື້ອໄຟ, ອຸປະກອນປັບປຸງໂຮງຮຽນ, ອາຍອົກຊີເຈນ ສຳເລັດຮູບ. ຂ່າວຍັງ ໃຫ້ຮູ້ຕື່ມວ່າ: ວຽກງານຄຸ້ມຄອງ ອຸດສາຫະກຳ ແລະ ຫັດຖະກຳ ກໍໄດ້ຕັ້ງໜ້າປະຕິບັດ ຕາມສິດໜ້າທີ ໂດຍສົມທົບກັບ ຂະແໜງການກ່ຽວຂ້ອງ ລົງກວດກາໂຮງງານ ຜະລິດປູນຊີມັງ ຊານເລີ, ໂຮງງານກັ່ນ ຫົວນ້ຳຫອມສີໄຄຕົ້ນ ຂອງບໍລິສັດ ກອນສິນສາກັນ ຈຳກັດ, ໂຮງງານເຜົາ ແລະ ປຸງແຕ່ງຂີ້ເຖົ່າລວຍ, ໂຮງງານຂ້າສັດ, ສະຖານທີ່ທ່ອງທ່ຽວ ອ່າງນ້ຳຕຽນ ແລະ ສະຖານທີ່ອື່ນໆ ອີກຈຳນວນໜື່ງ.
ມາຮອດ ປັດຈຸບັນແຂວງ ໄຊຍະບູລີ ອອກເອກະສານ ອານຸຍາດສ້າງຕັ້ງ ແລະ ດຳເນີນກິດຈະ ການ ດ້ານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດ 39 ແຫ່ງ, ໃນນີ້ ສ້າງຕັ້ງໃໝ່ 5 ແຫ່ງ ແລະ ສືບຕໍ່ ດຳເນີນ ກິດຈະການ 34 ແຫ່ງ ໂດຍເຮັດໃຫ້ມູນຄ່າ ການຜະລິດ ດ້ານອຸດສາຫະກຳ ແລະ ຫັດຖະກຳບັນລຸເກືອບ 200 ຕື້ກີບ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 2,6% ແລະ ຍອດມູນຄ່າການຈຳໜ່າຍ ຜະລິດຕະພັນ ອຸດສາຫະກຳ ແລະ ຫັດຖະກຳ ບັນລຸໄດ້ 247 ຕື້ກີບ, ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 2,8%. ຂະນະທີ່ 3 ເດືອນສົກປີ 2016 ໄຊຍະບູລີ ຈະສູ້ຊົນ ສົ່ງອອກສິນຄ້າໃຫ້ບັນລຸ 28 ລ້ານກ່ວາໂດລາ ແລະ ການນຳເຂົ້າສີນຄ້າ ຈະຄຸ້ມຄອງໃຫ້ຢູ່ ໃນລະດັບ 3 ລ້ານກ່ວາໂດລາ.
ທີ່ມາ: KPL

No comments