ເປີດງານ ຕະຫລາດນັດ-ຂາຍສິນຄ້າ ສົ່ງເສີມເສດຖະກິດ ຢູ່ ແຂວງບໍ່ແກ້ວ
ຂປລ. ງານຕະຫລາດນັດ ແລະ ຂາຍສິນຄ້າ ເພື່ອສົ່ງເສີມເສດຖະກິດ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 12-17 ຕຸລານີ້, ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍເປັນກຽດເຂົ້າຮ່ວມ ເປີດພິທີຢ່າງເປັນທາງການ ຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວ ແລະ ມວນຊົນຊາວ ແຂວງບໍ່ແກ້ວ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສີສຸພັນ ສິລິວົງ ປະທານສະພາ ການຄ້າ-ອຸດສາຫະກຳ ແຂວງບໍ່ແກ້ວ ກ່າວວ່າ: ງານວາງສະແດງ ໃນຄັ້ງນີ້, ມີຮ້ານວາງສະແດງ ທັງໝົດ 160 ຮ້ານ, ໃນນັ້ນ ມີຮ້ານວາງສະແດງ ຂອງພາຍໃນແຂວງ 100 ກວ່າຮ້ານ, ຈາກຕ່າງແຂວງ 11 ຮ້ານ ແລະ ປະເທດເພື່ອນບ້ານ 32 ຮ້ານ (ຫວຽດນາມ, ໄທ), ນອກນັ້ນ, ຍັງມີຜູ້ປະກອບການ ຕ່າງປະເທດ ທີ່ດຳເນີນທຸລະກິດ ຢູ່ແຂວງບໍ່ແກ້ວ 12 ຮ້ານ ເຊິ່ງຜະລິດຕະພັນ ທີ່ນຳມາວາງສະແດງ ປະກອບ ມີ ເຄື່ອງອັນຍະມະນີແກ້ວ ທີ່ເປັນເອກະລັກຂອງແຂວງ, ເຄື່ອງເຟີນີເຈີ, ຜະລິດຕະພັນ ຫັດຖະກຳຈັກສານ, ອຸດສາຫະກຳ, ຜະລິດຕະພັນຜ້າຝ່າຍ ແລະ ເຄື່ອງນຸ່ງຂອງຊົນເຜົ່າ, ຜະລິດຕະພັນກະສິກຳປຸງແຕ່ງ, ຜະລິດຕະພັນ ສິນຄ້າໂອດັອບ, ສິນຄ້າສຳເລັດຮູບ, ຜະລິດຕະພັນປຸງແຕ່ງ ຈາກນ້ຳມັນເຄື່ອງ, ຜະລິດຕະພັນ ນ້ຳມັນເຊື້ອໄຟ ແລະ ອື່ນໆ. ທັງນີ້, ແນໃສ່ສົ່ງເສີມພັດທະນາ ເສດຖະກິດແຂວງ ກໍຄື ສົ່ງເສີມພູມປັນຍາ ຂອງຊາວບ້ານ ໃນການຜະລິດສິນຄ້າ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພາກທຸລະກິດ, ຜູ້ປະກອບການ ໃຫ້ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ, ທັງເປັນການຂຸດຄົ້ນ ມູນເຊື້ອຜົນຜະລິດ ທີ່ເປັນພູມປັນຍາ ຂອງຊາວບ້ານ ໃຫ້ຂະຫຍາຍຕົວ ໄປຖືກທິດ, ມີສ່ວນຮ່ວມ ໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
ນອກນັ້ນ, ພາຍໃນການງານດັ່ງກ່າວ, ຍັງມີການສະແດງ ສິລະປະວັນນະຄະດີ, ຮ້ອງເພງ ແລະ ອື່ນໆ ເຊິ່ງໄດ້ເຊື້ອເຊີນ ເອົານັກຮ້ອງ, ນັກສະແດງ ທີ່ມີຊື່ສຽງໃນ ສປປ ລາວ ແລະ ປະເທດເພື່ອນບ້ານຈຳນວນໜຶ່ງ ມາສ້າງຄວາມມ່ວນຊື່ນ ໃຫ້ໄດ້ເບິ່ງໄດ້ຊົມ ໃນທຸກວັນ, ພິເສດ ໃນງານຍັງມີການແຂ່ງຂັນ ຊົນງົວອີກດ້ວຍ.
ທີ່ມາ: KPL

No comments