ນາຍົກລັດຖະມົນຕີ ເຂົ້າຮ່ວມ ງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ 2016
ຂປລ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ຊົມງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ ປະຈຳ ປີ 2016 ເຊິ່ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນໃນລະຫວ່າງ ວັນທີ 12-16 ຕຸລາ 2016 ນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ເພື່ອສະເຫລີມສະຫລອງວັນວິທະຍາສາດແຫ່ງຊາດ ແລະ ວັນປະກາດເອກະລາດ 12 ຕຸລາ. ພາຍໃນງານມີຮ້ານຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ນຳເອົາຜະລິດຕະພັນເຕັກໂນໂລຊີ ມາວາງສະແດງ ຫລາຍກວ່າ 250 ຮ້ານ.
ໃນພິທີເປີດງານດັ່ງກ່າວ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ການຈັດງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ 2016 ແມ່ນໜຶ່ງໃນແຜນຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດ ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄ້ວາ, ການປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ຈະເປັນເວທີແລກປ່ຽນການຮ່ວມມືທາງດ້ານການຄົ້ນຄ້ວາ ແລະ ເປັນເວທີການຮ່ວມມືລົງທຶນ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກທຸລະກິດ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ແນ່ໃສ່ໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຳລັງຂັບເຂື່ອນທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ນຳພາປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ປີ 2020.

No comments