ກອງປະຊຸມ ຄົບຄະນະຂອງ ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ

ຂປລ. ວັນທີ 13-15 ຕຸລານີ້ ທີ່ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຄົບຄະນະກຳ ມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳສະພາແຫ່ງຊາດ ຄັ້ງທີ 1 ຂອງສະ ພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນປອນ ສີສຸລາດ ປະທານກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນປອນ ບຸດຕະນະວົງ ຮອງປະທານ ສະພາແຫ່ງຊາດ, ມີປະທານ, ຮອງປະທານກຳມາທິການ ປະຈຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນປອນ ສີສຸລາດ ໄດ້ຜ່ານບົດສະຫລຸບ ການຊີ້ນຳໆພາ ຂອງກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳປີ 2016 ​ເຊິ່ງໄດ້ຈັດຂຶ້ນ ເປັນຄັ້ງທຳອິດ ທີ່ໄດ້ເຊື້ອເຊີນເອົາ ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມປຶກສາຫາລືຮ່ວມກັນ ພາຍຫລັງ ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VIII.

ກອງປະຊຸມ​ໃນຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ ບາງມາດຕາ ຂອງລັດຖະທຳມະນູນ ແລະ ກົດໜາຍ ທີ່ຕິດພັນກັບ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ, ຮັບຟັງການເຜີຍແຜ່ກ່ຽວກັບ ມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ແຜນ 5 ປີ ແລະ ແຜນປະຈຳປີ 2017 ຂອງກຳມາທິການ ແລະ ຖອດຖອນບົດຮຽນ ກັບຊ່ຽວຊານສາກົນ ຈາກອົງການ ສະຫະປະຊາຊາດ ເພື່ອການພັດທະນາ ກ່ຽວກັບການຄຸ້ມຄອງ ພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບັນຫາອື່ນໆ ທີ່ໃຫ້ຄວາມສົນໃຈ.

​ເປົ້າ​ໝາຍຈັດ ກອງປະຊຸມຄັ້ງນີ້, ແມ່ນເພື່ອໃຫ້ ຮັບຮູ້ເຂົ້າໃຈ ແລະ ປະກອບຄຳຄິດຄຳເຫັນໃສ່ ບັນຫາທີ່ພົ້ນເດັ່ນ ໃນຂົງເຂດເສດຖະກິດ ແລະ ບັນດາເນື້ອໃນທີ່ສຳຄັນ ທີ່ຈະນຳເຂົ້າຜ່ານກອງປະຊຸມ ສະໄໜສາມັນ ຂອງສະພາແຫ່ງຊາດ.





ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.