ນໍ້າໝາກຂີ້ຫູດຊ່ວຍຫລຸດໄຂມັນໃນເລືອດ ແລະ ລ້າງສານພິດ
ໝາກຂີ້ຫູດເປັນພືດທີ່ມີສັບພະຄຸນທາງຢາ ນອກຈາກຈະມີກີ່ນຫອມຊ່ວຍໄລ່ຍຸງໄດ້ແລ້ວ, ໝາກຂີ້ຫູດຍັງສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍໄດ້ຫລາຍຢ່າງ ມີທັງຂັດຜີວ ແລະ ບຳລຸງຜົມ.
- ນໍ້າໝາກຂີ້ຫູດ
ໝາກຂີ້ຫູດເປັນສະໝູນໄພທີ່ມີຢູ່ໃນບ້ານ ແລະ ໝາກຂີ້ຫູດຍັງສາມາດນຳມາກີນໄດ້ທັງໃບ ແລະ ໜ່ວຍ, ພວກເຮົາຈື່ງນຳໝາກຂີ້ຫູດມາເຮັດເປັນນໍ້າດື່ມສະໝູນໄພ ສານທີ່ສຳຄັນໃນການເສີມສ້າງ ຂອງອະໄວຍະວະສາມາດກຳຈັດສານພິດ ຊື່ງສານທີ່ວ່ານີ້ໄດ້ມາຈາກໝາກຂີ້ຫູດ. ໂດຍ ນໍາໝາກຂີ້ຫູດມາແປງຮູບມາເປັນເຄື່ອງດື່ມສະໝູນໄພ ທີ່ມີປະໂຫຍດຕໍ່ສຸຂະພາບ.
- ວິທີເຮັດນໍ້າດື່ມສະໝູນໄພ
ນຳໝາກຂີ້ຫູດ 4-5 ໜ່ວຍມາປອກເປືອກອອກ ເພື່ອບໍ່ໃຫ້ມີລົດຂົມ. ຄັ້ນເອົາແຕ່ນໍ້າໝາກຂີ້ຫູດ.
ສ່ວນປະສົມ: ນໍ້າໝາກຂີ້ຫູດ, ເກືອ, ນໍ້າເຜີ້ງ ນໍ້າກ້ອນປັ່ນໃສ່ລົງໃນເຄື່ອງປັ່ນໝາກໄມ້ ເຮັດໃຫ້ສ່ວນປະສົມເຂົ້າດ້ວຍກັນ.
- ສັບພະຄຸນທາງຢາ:
ເປືອກໝາກຂີ້ຫູດແຫ້ງ ແລະ ສົດມີສັບພະຄຸນແກ້ລົມໜ້າມຶດແກ້ວິນ ບໍາລຸງຫົວໃຈ, ຂັບລົມໃນລຳໃສ້ ແລະ ຂັບລະດູ
ໝາກທີ່ມີລົດສົ້ມມີສັບພະຄຸນເປັນຢາຂັບຂີ້ເທີ່, ແກ້ໄອ, ແກ້ນໍ້າລາຍໜຽວ, ຟອກເລືອດ ແລະ ໃຊ້ເປັນຢາສະຫົວເຮັດໃຫ້ຜົມດົກດຳ ບໍ່ມີຂີ້ຫົວ. ຮາກຍັງສາມາດແກ້ຜິດຝີພາຍໃນ ແລະ ແກ້ລົມຈຸກສຽບ.
- ນໍ້າໝາກຂີ້ຫູດລົດສົ້ມໃຊ້ດອງຢາ ມີສັບພະຄຸນເປັນຢາຟອກເລືອດສຳລັດຜູ້ຍິງ.
- ໃບສາມາດແກ້ໄອ, ແກ້ຮາກເປັນເລືອດ, ແກ້ຊໍ້າໃນ ແລະ ດັບກີ່ນຄາວໄດ້. ໃບ ມີນໍ້າມັນຫອມ.
ວິທີ ແລະ ປະລິມານທີ່ໃຊ້:
ໃຊ້ເປັນຢາບຳລຸງຫົວໃຈ ຂັບລົມໃນລຳໃສ້, ແກ້ແໜ້ນ ແລະ ແກ້ຂີ້ເທີ່
ຜ່າເປືອກໝາກຂີ້ຫູດເປັນຕອນນ້ອຍໆ 1 ບ່ວງແກງໃສ່ກາລະບູນ 1 ຢິບມື ຄົນເຂົ້າກັນດ້ວຍນໍ້າຮ້ອນແຊ່ປະໄວ້ດື່ມແຕ່ນໍ້າມື້ຫນື່ງ1 ຫາ 2 ເທື່ອ ແຕ່ຖ້າຍັງບໍ່ໄຄ ຈະດື່ມຕິດຕໍ່ກັນ 2-3 ເທື່ອກະໄດ້. ໃຊ້ສະຜົມເພື່ອໃຫ້ຜົມສະອາດ ແລະ ຊຸ່ມຊື່ນ ເປັນເງົາງາມດົກດຳ ແລະ ຜົມຍັງໝື່ນອີກ. ໂດຍຜ່າໝາກຂີ້ຫູດເປັນ 2 ຊີ້ນ ຫລື ນຳໝາກຂີ້ຫູດມາເຜົ່າໄຟ ແລ້ວນຳມາຜ່າ ໃຊ້ສະຜົມ.
ຂອບໃຈຂໍ້ມູນຈາກບ້ານສະໝູນໄພ
ທີ່ມາ: kpl

No comments