ອັດຕະປື ຈະສົ່ງນັກກິລາ 7 ປະເພດ ເຂົ້າຮ່ວມງານ ມະຫາກຳກິລານັກຮຽນ ທົ່ວປະເທດ ທີ່ແຂວງ ບໍລິຄຳໄຊ
ຂປລ. ຫວ່າງບໍ່ດົນມານີ້, ສະມາຄົມກິລາ ກາຍະກຳ ແຂວງ ອັດຕະປື ໄດ້ເປີດກອງປະຊຸມ ປຶກສາຫາລື, ຄົ້ນຄວ້າ, ກຳນົດ ແລະ ຮັບຮອງເອົາ ປະເພດກິລານັກຮຽນ ຊັ້ນມັດທະຍົມສຶກສາ ເພື່ອເຂົ້າຮ່ວມງານມະຫາກຳ ແຂ່ງຂັນກິລາ ນັກຮຽນ ຊັ້ນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VI ປີ 2017 ທີ່ແຂວງ ບໍລິຄຳໄຊ ເປັນເຈົ້າພາບ ຖັດຈາກ ຄັ້ງທີ V ທີ່ແຂວງ ຈຳປາສັກ ປີ 2014, ຊຶ່ງກອງປະຊຸມ ດັ່ງກ່າວ ໄດ້ຂື້ນທີ່ຫ້ອງວ່າການ ປົກຄອງແຂວງ ພາຍໃຕ້ການ ເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ.
ທ່ານ ເລັດ ໄຊຍະພອນ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມງານ ແຂ່ງຂັນກິລາ ນັກຮຽນຄັ້ງນີ້ ແມ່ນ ເປັນການ ຊຸກຍູ້ສົ່ງເສີມ ປະກອບສ່ວນເຂົ້າໃນ ແຜນຍຸດທະສາດ ການພັດທະນາກິລາ ກາຍະກຳ ແຕ່ນີ້ເຖິງ 2020 ທີ່ລັດຖະບານ ໄດ້ວາງອອກ ທີ່ສອດຄ່ອງກັບ 3 ລັກສະນະ ແລະ 5 ຫລັກມູນ ຂອງຂະແໜງການ ສຶກສາ ແລະ ສອດຄ່ອງກັບ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ຮັບໃຊ້ 2 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາງພັດທະນາ ປະເທດຊາດ ແລະ ທັງເປັນການ ຊຸກຍູ້-ສົ່ງເສີມ ແຜນພັດ ທະນາກິລາ ກາຍະກຳແຂວງ ໃນແຕ່ລະທ້ອງຖິ່ນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ຢ່າງກ້ວາງຂວາງ ຄຽງຄູ່ກັບປະລິມານ ແລະ ຄຸນນະພາບ ໃຫ້ຄ່ອຍຫຍັບເຂົ້າໃກ້ ທັງພາກພື້ນ ແລະ ສາກົນ ເທື່ອລະກ້າວ ໂດຍເລັງໃສ່ ການພັດທະນາ ກິລານັກຮຽນ ຊັ້ນມັດທະຍົມສຶກສາ ທີ່ເປັນຮຸ້ນສຶບທອດ ໃຫ້ມີການພັດທະນາ ແລະ ເຂັ້ມແຂງຢ່າງຮອບດ້ານ.
ໃນກອງປະຊຸມ ໄດ້ຄົ້ນຄ້ວາ ແລະ ຕົກລົງເຫັນດີ ຮັບຮອງເອົາ ກິລາ 7 ປະເພດ ເຂົ້າຮ່ວມງານແຂ່ງຂັນ ມະຫາກຳກິລາ ນັກຮຽນ ຄັ້ງທີ VI ປີ2017 ທີ່ແຂວງ ບໍລິຄຳໄຊ ຄື: ເຕະບານຊາຍ, ບານສົ່ງ ຮົມ ແລະ ຫາດຊາຍ (ຊາຍ), ເປຕັ້ງຍິງຊາຍ, ໜ້າເກັກຊາຍ, ກະຕໍ້ ຊາຍ, ໝາກເສິກ ຫລື ຈະຕຸລັດເກມ ຊາຍ-ຍິງ ແລະ ແລ່ນລານຊາຍ-ຍິງ ຊຶ່ງປະກອບມີ ແລ່ນ 1500 ແມັດ ແລະ 3000 ແມັດ, ຊຸກນ້ຳ ໜັກ , ຊັດຫລາວ ແລະ ເຕັ້ນຍາວ; ຂະນະທີ່ ງານແຂ່ງຂັນກິລາດັ່ງກ່າວ ຈະຈັດໃຫ້ມີ ທັງໝົດ 11 ປະເພດກິລາ.
ທີ່ມາ: kpl

No comments