ຈັດກອງປະຊຸມ ສ້າງຄວາມສາມາດ ໃຫ້ພະນັກງານ ສາທາລະນະສຸກ

ຂປລ. ວັນທີ 22 ກັນຍາ 2016 ທີ່ ນະຄອນຫລວງວຽງຈັນ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ປືກສາຫາລື ເພື່ອເປັນເອກະພາບ ດ້ານຂໍ້ມູນການ ວາງແຜນຄອບຄົວ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ທ່ານນາງ ເຟຣີເດິຮິກາ ເມເຈີ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ປະຈຳສປປ ລາວ, ມີຜູ້ຕາງໜ້າ ຈາກພະແນກ ສາທາລະນະສຸກ ແລະ ວິຊາການແມ່ ແລະ ເດັກ ຈາກ 17 ແຂວງທົ່ວ​ປະ​ເທດ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຫລັກ ກອງປະຊຸມ​ໃນ​ຄັ້ງນີ້, ແມ່ນເພື່ອສ້າງຄວາມສາມາດ ຂອງພະນັກງານ ສາທາລະນະສຸກ ໃນຂັ້ນສູນກາງ ກ່ຽວກັບການຕິດຕາມ ຄວາມຄືບໜ້າ ຂອງໂຄງການ ວາງແຜນຄອບຄົວ ແລະ ສ້າງຄວາມເປັນ ເອກະພາບດ້ານຂໍ້ມູນ ການວາງແຜນ ຄອບຄົວປີ 2016 ເພື່ອນຳໄປປ້ອນເຂົ້າ ຕົວຊີ້ວັດ ແລະ ນຳໃຊ້ເຂົ້າໃນ ບົດລາຍງານ ປະຈຳປີ.

plan1
ສຳລັບຢູ່ ສປປ ລາວ 20% ​ແມ່ນຍັງບໍ່ພ້ອມ ສຳລັບການມີລູກ ຫລື ຢຸດມີລູກ, ໂດຍສະເພາະ ແມ່ນໄວໜຸ່ມ, ແມ່ຍິງທີ່ບໍ່ມີການສຶກສາ ແລະ ແມ່ຍິງທີ່ທຸກຍາກ. ອັດຕາການເກີດຕອນອາຍຸຍັງນ້ອຍ ແມ່ນມີສູງທີ່ສຸດ ໃນຂົງເຂດໄວໜຸ່ມ ທີ່ມີອາຍຸ 15-19 ປີ ໃນພັນ​ຄົນ​ຈະ​ມີ​ເຖິງ 94 ຄົນ ທີມີລູກ.

ກອງ​ປະຊຸມ​ດັ່ງກ່າວ, ​ໄດ້​ຮັບ​ການ ສະໜັບສະໜູນ ຈາກອົງການ ສະຫະປະຊາຊາດ ກອງທືນສຳລັບ ປະຊາກອນ (UNFPA)​ແລະ ໄດ້ຮ່ວມກັນຕິດຕາມ ປະເມີນຜົນ ເພື່ອປຶກສາຫາລື ເປັນເອກະພາບ ດ້ານຂໍ້ມູນການວາງແຜນ ຄອບຄົວ​ໃນ​ຄັ້ງ​ນີ້

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.