ຊາວແຂວງຈຳປາສັກ ໄດ້ຮັບນະໂຍບາຍເກີດລູກບໍ່ເສຍຄ່າ
ຂປລ.ເປັນເວລາ 3 ປີແຕ່ຕົ້ນປີ 2013ຫາຕົ້ນປີ 2016, ສາທາລະນະສຸກ ແຂວງຈໍາປາສັກ ມີນະໂຍບາຍໃຫ້ປະຊາຊົນ ມາໃຊ້ບໍລິການເກີດລູກ ໂດຍບໍ່ເສຍຄ່າ ແຕ່ມາຮອດປັດຈຸບັນ ເຫັນວ່າອັດຕາ ການມາຊົມໃຊ້ ມີພຽງແມ່ນຂ້ອນຂ້າງໜ້ອຍ ຫລື ປະມານ 30%, ຕາມຄາດໝາຍຂອງ ໂຄງການແມ່ນໃຫ້ໄດ້ 70-80% ຂອງແມ່ຍິງຖືພາ ຕ້ອງມາຝາກທ້ອງນໍາແພດໝໍ. ໃນຂະນະທີ່ພາກສ່ວນກ່ຽວຂ້ອງ ໄດ້ສຸມໃສ່ການ ໂຄສະນາ ສຸຂະສຶກສາ, ເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບຄຸນປະໂຫຍດ ຂອງນະໂຍບາຍນີ້ຕື່ມອີກ.
ທ່ານ ດຣ ວຽງສີ ສຸພັກດີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ໂຄງການເກີດລູກ ບໍ່ເສຍຄ່າຜ່ານມາເຫັນວ່າ ບໍ່ໄດ້ເຄິ່ງໜຶ່ງຂອງອັດຕາ ການມາໃຊ້ບໍລິການ ຂອງແມ່ຍິງຖືພາທັງໆທີ່ນະໂຍບາຍດັ່ງກ່າວມີປັດໄຈຕົ້ນຕໍ ເພື່ອບໍລິການ ຮັກສາສຸຂະພາບແມ່ ແລະ ເດັກ ຄືການມາຝາກທ້ອງ ແລະ ຢາກໃຫ້ແມ່ຍິງຖືພາ ມາພົບແພດ ຢ່າງໜ້ອຍ 4 ຄັ້ງກ່ອນເກີດ. ສຳລັບອັດຕາ ການມາຝາກທ້ອງ ໄລຍະສາມປີຜ່ານມາທີ່ມີປະມານ 30% ນັ້ນແມ່ນຍັງມີຄວາມສ່ຽງ ໃນເວລາໄປເກີດລູກ ເຊິ່ງຈະສົ່ງຜົນໃຫ້ແມ່ ຫລື ລູກອາດ ເສຍຊີວິດ. ໃນຕໍ່ໜ້າພາກສ່ວນກ່ຽວຂ້ອງ ຕ້ອງໄດ້ສຸມໃສ່ການ ໂຄສະນາສຸຂະສຶກສາ, ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຄຸນປະໂຫຍດ ຂອງການຝາກທ້ອງ, ຄຸນປະໂຫຍດຂອງ ການເກີດລູກ ຢູ່ສະຖານທີ່ບໍລິການ ແລະ ການມາກວດ ຫລັງເກີດລົງສູ່ພື້ນຖານ ເຂດຫ່າງ ໄກສອກຫລີກ ເພື່ອໃຫ້ສັງຄົມຮັບຮູ້ ແລະ ຫັນມາໃຊ້ບໍລິການກ່ຽວກັບ ນະໂຍບາຍ ນີ້ຫລາຍຂຶ້ນ.
ທ່ານ ດຣ ວຽງສີ ກ່າວອີກວ່າ: ໃນຂະນະດຽວກັນ ກໍຕ້ອງໄດ້ປັບປຸງ ຂອດບໍລິການ ຂອງໂຮງໝໍ ແຂວງ, ໂຮງໝໍເມືອງ, ສຸກສາລາ ເຊັ່ນ: ປັບປຸງລະບອບແບບແຜນ ວິທີເຮັດວຽກ, ການບໍລິ ຫານຈັດການ, ປັບປຸງພະນັກງານ ຈັດສັນສັບຊ້ອນໃຫ້ເໝາະສົມ ເຂົ້າສູ່ລະບຽບການ ແນໃສ່ໃຫ້ວຽກງານນີ້ ມີການພັດທະນາດີຂຶ້ນ. ໂຄງການນະໂຍບາຍ ເກີດລູກບໍ່ເສຍຄ່າ ແມ່ນໄດ້ຮັບທຶນ ຊ່ວຍເຫລືອລ້າ ຈາກທະນາຄານໂລກ ໃຫ້ໂຮງໝໍ 8 ເມືອງ ແລະ ໄດ້ທຶນຈາກອົງການແພດ ໂລກຊ່ວຍເຫລືອຢູ່ເມືອງສຸຂຸມາ ແລະ ເມືອງມຸນລະປາໂມກ ລວມເປັນ 10 ເມືອງ ໃນທົ່ວ ແຂວງຈໍາປາສັກ. ໂຄງການດັ່ງກ່າວ ມີໄລຍະການຊ່ວຍເຫລືອແຕ່ປີ 2013-2015 ໃນວົງເງິນ 6 ຕື້ກ່ວາກີບ. ນອກນັ້ນ ຍັງໄດ້ຮັບທຶນສະໜັບສະໜູນ ຈາກໂຄງການ ໄຟຟ້ານໍ້າເທີນ 2 ຈໍານວນ 3 ຕື້ກີບຕໍ່ປີ, ແຕ່ໃນກໍລະນີມີຄົນເຈັບ ເພີ່ມຂຶ້ນມູນຄ່າຊ່ວຍເຫລືອ ກໍຈະເພີ່ມຂຶ້ນ.
ທີ່ມາ: kpl

No comments