ຍົກລະດັບຄວາມຮູ້ ໃຫ້ພະນັກງານ ວິເຄາະການແພດ

ຂປລ.​​ ເມື່ອ​ບໍ່ດົນ​ມາ​ນີ້, ພາກ​ວິຊາ​ວິ​ເຄາະ​ການ​ແພດ ຄະນະ​ເຕັກນິກ​ການ​ແພດ ມະຫາ​ວິທະຍ​າໄລ ວິທະຍາສາດ ສຸຂະພາບ ​ໄດ້​ຈັດ​ຊຸດ​ອົບຮົມ​ກ່ຽວ​ກັບ​ ວຽກ​ງານ​ວິ​ເຄາະ​ ໃຫ້​ແກ່​ແພດ 9 ຕົວ​ເມືອງ ​ໃນ ນະຄອນຫລວງ​ວຽງ​ຈັນ ​ແລະ 3 ຕົວ​ເມືອງ ​ຂອງ​ແຂວງ​ວຽງ​ຈັນ​ ຢູ່​​ຫ້ອງ​ວ່າການ​ປົກຄອງ ​ເມືອງ​ວັງ​ວຽງ ​ແຂວງວຽງ​ຈັນ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ທາງ​ດ້ານ​ຄວາມ​ຮູ້​ ໃຫ້​ກັບພະນັກງານ ​ວິ​ເຄາະການ​ແພດ ຢູ່​ໃນ​ຂະ ​ແໜງ​ວິ​ເຄາະ ຂອງ​ແຕ່ລະ​ໂຮງໝໍ​ເມືອງ ​​ໃຫ້​ສາມາດ​ກວດ​ວິ​ເຄາະ​ ຫາ​ເຊື້ອ​ພະຍາດ​ຕ່າງ​ ​ທັງຊ່ວຍ​ທ່ານ​ໝໍ ໃນ​ການ​ບົ່ງມະຕິ​ພະຍາດ ໃຫ້​ຖືກຕ້ອງ ​ແລະ ຊັດ​ເຈນ ຕາມ​ອາການ​ຂອງ​ຄົນ​ເຈັບ​​ ເຮັດ​ໃຫ້ການ​ປິ່ນປົວ​ຂອງ​ທ່ານ​ໝໍ ​ສະດວກ​ຂຶ້ນ​ສາມາດ​ວາງຢາ​ ໃຫ້​ຖືກ​ກັບ​ພະຍາດ​ໄດ້.

ທ່ານ ດຣ.ນາລີ ຄຳ​ອິນ​ຊູ ຫົວໜ້າພາກ​ວິຊາ​ ວິ​ເຄາະ​ການ​ແພດ, ຄະນະ​ເຕັກນິກ​ ການ​ແພດ, ມະຫາ​ວິທະຍ​າໄລ ວິທະຍາສາດ ສຸຂະພາບ ​ໃຫ້​ຮູ້​ວ່າ: ການອົບຮົມ​ຄັ້ງ​ນີ້​ ແມ່ນ​​ໄດ້ເລັ່ງ​ໃສ່​ ການວິ​ເຄາະກວດ​ຫາ​ເຊື້ອ​ພະຍາດ ​ທີ່​ຕິດ​ຕໍ່​ທາງ​ ລະບົບ​ສືບ​ພັນ ​ເຊິ່ງ​ມັນ​ເປັນ​ສາເຫດ ​ທີ່​ເຮັດ​ໃຫ້​ເກີດ​ການ ​ຕິດ​ຕໍ່​ກັນ​ໄດ້​ໄວ. ດັ່ງນັ້ນ, ຖ້າ​ນັກວິ​ເຄາະ​ການ​ແພດ ​ກວດ​ບົ່ງມະຕິບໍ່​ຖືກຕ້ອງ​ ​ແລະ ບໍ່​ໄດ້​ຮັບ​ການ​ປິ່ນປົວ​​ ໃຫ້ຫາ​ຍຂາດ ​ມັນ​ຈະ​ເຮັດ​ໃຫ້ ​ເຊື້ອ​ພະຍາດ​ດັ່ງກ່າວ ​ຕິດ​ຕໍ່​ໃສ່​ກັບ​ຄົນ​ອື່ນ ​ໂດຍ​ສະ​ເພາະ​ ແມ່ນ​ທາງ​ເພດ​ສຳພັນ ​ເຮັດ​ໃຫ້​ຕິດ​ໃສ່​ຄົວ​ຄອບ ​ແລະ ບຸກຄົນ​ອື່ນ​ນຳ​ອີກ.

ປັດຈຸບັນ ທາງມະຫາວິທະຍາໄລ ວິທະຍາສາດສຸຂະພາບ​ ກໍາລັງ​ເຮັດ​ບົດ​ວິ​ໄຈ ​ກ່ຽວກັບ​ພະຍາດ​ດັ່ງກ່າວ ​ເພື່ອ​ເຮັດ​ໃຫ້ການ​ປິ່ນປົວ​ ມີ​ປະສິດທິ​ຜົນ.

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.