4 ເລື່ອງທີ່ຄວນຫລີກລ່ຽງ ໃນການກິນໝາກໄມ້ ເພາະຈະໃຫ້ໂທດ

ຄົນ​ສ່ວນ​ໃຫຍ່​ຄິດ​ວ່າໝາກ​ໄມ້​ທີ່​ເຮົາ​ກິນ​ໄປ​ນັ້ນ​ໃຫ້​ແຕ່​ປະ​ໂຫຍ​ດ ​ເພາະ​ມີ​ວິຕາມິນ​ຕ່າງໆ ທີ່​ຊ່ວຍ​ເສີມ​ສ້າງ​ໃຫ້​ຮ່າງກາຍ​ແຂງ​ແຮງ ​ແລະ ຄິດ​ວ່າ​ກິນໝາກ​ໄມ້​ແລ້ວ​ເຮັດ​ໃຫ້​ບໍ່​ຕຸ້ຍ ​ແລະ ສຸຂະພາບ​ດີ, ​ແຕ່​ຄວາມ​ຈິງ​ແລ້ວ ທ່ານ​ຮູ້​ບໍ່​ວ່າໝາກ​ໄມ້​ກໍ​ສາມາດ​ໃຫ້​ໂທດ​ກັບ​ຮ່າງກາຍ​ຂອງ​ຄົນ​ເຮົາ​ໄດ້​ເຊັ່ນ​ດຽວກັນ. ​ເຮົາ​ຄວນ​​ແບ່ງ​ແຍກ​ປະ​ເພດ​ຂອງໝາກ​ໄມ້ ​ເພາະໝາກ​ໄມ້​ບາງ​ຊະນິດ ​ກໍ​ບໍ່​ເໝາະສຳລັບ​ຜູ້​ທີ່​ປ່ວຍ​ເປັນພະຍາດ​ຕ່າງໆ​ເຊັ່ນ:
- ຜູ້​ປ່ວຍ​ໂລກ​ເບົາຫວານ ຄວນ​ຫລີກ​ລ່ຽງໝາກ​ໄມ້ ​ທີ່​ມີ​ລົດ​ຫວານ ຫຼື ໝາກ​ໄມ້​ ບາງ​ຊະນິດ​ອາດ​ມີ​ລົດ​ຊາດ​ສົ້ມນຳ​ຫວານ​ນຳ ກໍ​ຄວນຫລີກລ່ຽງ ຫຼື ກິນ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ.
- ​ແມ່ຍິງ​ທີ່​ກຳລັງ​ຖືພາ ຄວນ​ຫລີກ​ລ່ຽງການ​ກິນໝາກ​ໄມ້ ທີ່​ນອກ​ລະດູ ​ເພາະວ່າ​ມີ​ຄວາມ​ສ່ຽງສູງຫຼາຍ ທີ່​ຈະ​ໄດ້​ຮັບ​ສານ​ເຄມີ​ຈາກ​ການ​ໃຊ້ ຮໍ​ໂມນ, ປຸ໋ຍ, ຢາຂ້າ​ແມງ​ໄມ້ ​ໃນ​ລະດັບຫຼາຍກ່ວາ​ປົກກະຕິ ຈົນ​ອາດ​ຈະ​ສົ່ງ​ຜົນ​ຕໍ່​ລູກ​ໃນ​ທ້ອງ​ໄດ້, ນອກຈາກ​ນີ້, ຍັງ​ຄວນ​ຫລີກ​ລ່ຽງໝາກ​ໄມ້​ດິບ ​ແລະ ໝາກ​ໄມ້​ແປ​ຮູບ​ອີກ​ດ້ວຍ.
- ​ໃນ​ໜ້າຮ້ອນ ຄວນ​ຫລີກ​ລ່ຽງການ​ກິນໝາກ​ໄມ້​ທີ່​ມີ​ລິດ​ຮ້ອນ ​ໂດຍ​ສະ​ເພາະ​ກັບ​ຜູ້​ສູງ​ອາຍຸ ​ເພາະ​ຈະ​ເຮັດ​ໃຫ້​ອຸນຫະພູມ​ຮ່າງກາຍ​ສູງ​ຈົນ​ເກີນ​ໄປ ​ເຊັ່ນ​: ລຳ​ໄຍ, ໝາກຖົ່ວລຽນ ​ແລະ ອາຫານ​ທີ່​ມີ​ລົດ​ຊາດ​ເຜັດໆ.
- ຜູ້ທີ່​ກຳລັງ​ໄດ້​ຮັບ​ການ​ບຳບັດ​ຮັກສາ​ກ່ຽວກັບ​ໂລກໝາກ​ໄຂ່ຫຼັງ ຄວນ​ຫລີກ​ລ່ຽງການ​ກິນໝາກ​ເຟືອງ ​ເພາະ​ອາດ​ມີ​ອາການ​ແຊກ​ຊ້ອນ​ໄດ້ ​ເພາະ​ໃນໝາກ​ເຟືອງ​ຈະ​ມີ​ສານ​ຊະນິດໜື່ງທີ່ ​ເອີ້ນ​ວ່າ ອອກ​ຊາ​ເລດ ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ພາວະ​ໄຕ​ວາຍ​ໄດ້ ​ເຊິ່ງມີ​ອັນຕະລາຍ​ເຖິງ​ຊິວິດ​ກໍ​ເປັນ​ໄດ້.

​ເຖີງ​ແມ່ນ​ວ່າໝາກ​ໄມ້​ແຕ່​ລະ​ຊະນິດ ຈະ​ມີ​ວິຕາມິນ​ທີ່​ແຕກ​ຕ່າງກັນ​ໄປ ມີ​ທັງ​ວິຕາມິນ​ເອ, ຊີ, ອີ, ບີ1, ບີ2, ບີ6 ​ເບ​ຕ້າ​ແຄ​ໂຣທີ​ນ ​ແລະ ທາດ​ເຫຼັກ ​ແຕ່​ບາງ​ຊະນິດ​ກໍ​ມີ ປະລິມານ​ນ້ຳຕານ ​ແລະ ​ແປ້ງ​ສູງ ລວມທັງ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ, ສິ່ງ​​ເຫລົ່ານີ້ ອາດ​ຈະ​ເປັນ​ປັດ​ໃຈ​ ເຮັດ​ໃຫ້ ​ເກີດ​ໂລກ​ຕ່າງໆນຳ​ມາ​ໄດ້​ ຫາກ​ກິນຫຼາຍ​ເກີນ​ໄປ.

ໝາກ​ໄມ້​ໃຫ້​ໄດ້​ທັງ​ປະ​ໂຫຍ​ດ ​ແລະ ​ໂທດ ດັ່ງນັ້ນ, ກ່ອນ​ທີ່​ທ່ານ​ຈະ​ກິນອັນ​ໃດ​ ກໍ​ຄວນ​ຄຳນຶງ​ເຖີງ ສຸຂະພາບ​ຕົວ​ເອງ​ກ່ອນ ​ແລະ ທີ່​ສຳຄັນ​ທີ່​ສຸດ ຄື​ການ​ກິນ​ໃນ​ປະລິມານ​ທີ່​ພໍດີ​ກັບ​ຮ່າງກາຍ​ເຮົາ​ຕ້ອງການ.

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.