ທ່ຽວ​ເມືອງ​ສັງ​ທອງ

* ມື້ພັກເສົາ-ອາທິດ ຫາກຕ້ອງການພັກຜ່ອນ ຕື່ມອົກຊີໃຫ້ປອດ ແລະ ສະໜອງຄວາມສົດຊື່ນ ໃຫ້ຈິດໃຈຕ້ອງໄປສືບດົມ ອາກາດບໍລິສຸດ ຊົມທິວທັດທຳມະຊາດ ປ່າສະຫງວນພູພະນັງ ເບິ່ງວິຖີຊີວິດ ຂອງປະທີ່ມາ: kplຊາຊົນ ໃນການເຮັດນາ ເຮັດສວນ ຢູ່ເມືອງສັງທອງ ເຊິ່ງເປັນເມືອງສຸດທ້າຍ ຂອງນະຄອນຫລວງວຽງຈັນ ທີ່ປະກາດເປັນເມືອງ ພົ້ນທຸກໃນວັນທີ 1 ສິງຫາ 2014.
ຈາກ 3 ແຍກບ້ານຕາດທອງ ເມືອງສີໂຄດຕະບອງ ສູ່ເມືອງສັງທອງນັ້ນ, ຖະໜົນຫົນ ທາງສະດວກດີ ປູດ້ວຍຢາງໝາກ ຕອຍຍາວຢຽດ, ໃຊ້ເວລາປະມານ 15 ນາທີ ກໍຈະໄປຮອດປ້າຍ ໃຫຍ່ທີ່ຂຽນວ່າ “ຊາວເມືອງສັງທອງ ຍິນດີຕ້ອນຮັບ”, ຕິດຕັ້ງ ໄວ້ຂ້າງທາງກ້ຳຂວາ ທີ່ມີແຕ່ປ່າຫຍ້າ ແລະ ຕົ້ນໄມ້ດົກໜາ ສ່ວນກ້ຳຊ້າຍມື ໃຜໄດ້ກາຍຜ່ານ ກໍຕ້ອງອອນຊອນກັບພາບ ຂີ້ເຝື້ອຂາວນວນທີ່ ເນີ້ງຂະໜານ ແລະ ຄ່ອຍໆຕິດຈອດ ກັບແມ່ນ້ຳຂອງ ຢູ່ອີກຟາກໜຶ່ງໜ້າ ນ້ຳຍາມນີ້ສ່ອງ ປະກາຍເຫລື້ອມລະ ຍິບລະຍັບ ເມື່ອຕ້ອງແສງແດດ, ມີຮາວກັ້ນຂອບ ທາງຈົນສຸດສາຍຕາ ຈຶ່ງຮູ້ສຶກປອດໄພ ເວລາເດີນທາງຜ່ານ, ຮອດຍ່ານນີ້ບໍ່ງຽບເຫງົາ ຄືຜ່ານມາເພາະມີເນື້ອທີ່ ກວ້າງແຜ່ອອກໄປຫາແມ່ນ້ຳຂອງ ແລະ ມີລົດອາຫານ (Food Truck) ໄວ້ບໍລິການອາ ຫານ, ເຄື່ອງດື່ມ ແລະ ໂຕະຕັ່ງສຳລັບ ແຂກຄົນທີ່ທຽວ ທາງໄດ້ຈອດແວ່ຊົມ ທິວທັດທຳມະຊາດ ທີ່ອຸດົມສົມບູນ ໄປດ້ວຍພູຜາປ່າໄມ້, ແມ່ນ້ຳລຳເຊ ແລະ ທ້ອງຟ້າສີຄາມ.
ເດີນທາງຕໍ່ໄປ ອີກປະມານ 10 ນາທີ ກໍຮອດ 3 ແຍກວົງວຽນແຍກຊ້າຍ ເພື່ອໄປເພຍລາດ ແລະ ຊະນະຄາມ, ແຍກຂວາ ເພື່ອມຸ່ງໜ້າສູ່ ບ້ານນາຫອຍ ຕະຫລອດເສັ້ນທາງ ປະກົດເຫັນພູພະນັງ ຍາວຢຽດສະ ເໝີກັນປານຄັນນາ, ຂີ້ເຝື້ອລົງຕ່ຳບົດ ບັງແສງອາທິດ ພາໃຫ້ເປັນເງົາມືດ ທັບປ່າໄມ້ບ່ອນທີ່ ບໍ່ຖືກກ້ອນຂີ້ເຝື້ອບັງ ກໍປະກົດເຫັນ ປ່າໄມ້ສີຂຽວອຸ່ມທຸ່ມ ຍາມລະດູຝົນ. ໃນໄລຍະນີ້ ຕາມທົ່ງນາຕົ້ນເຂົ້າ ພວມຖອກຮວງສົ່ງກິ່ນຫອມ ຫວນຄືກິ່ນເຂົ້າເໝົ້າ, ສັດລ້ຽງງົວ ແລະ ແບ້ເປັນຝູງຢູ່ແຕ່ ລະຍ່ານ, ທົ່ງນາບາງຕອນເຕັມ ໄປດ້ວຍຜົນລະປູກ ຂອງປະຊາຊົນ ທີ່ບໍ່ມີສານເຄມີ ເຈືອປົນເຊັ່ນ ໝາກຖົ່ວ, ໝາກແຕງ, ໝາກຫຸ່ງ, ໝາກກ້ວຍ ແລະ ຜັກຊະນິດຕ່າງໆ.
ເມືອງສັງທອງ ພວມບຸກເບີກ ສ້າງຕາດທ່າສະເດັດ ທີ່ມີນ້ຳໄຫລ ມາຈາກຮ່ອມພູພະນັງ ເພື່ອເປັນສະຖານທີ່ ທ່ອງທ່ຽວປະຈຳເມືອງ, ນອກຈາກນີ້ ບັນດາຜະລິດຕະພັນ ໂອດ໋ອບ (ໜຶ່ງເມືອງໜຶ່ງ ຜະລິດຕະພັນ) ກໍເປັນສະເໜ່ ດຶງດູດໃຈນັກ ທ່ອງທ່ຽວ ໃຫ້ມາຢ້ຽມຢາມ ເປັນຕົ້ນຜະລິດຕະພັນ ໂອດ໋ອບເຟີນີເຈີໄມ້ ປ່ອງຢູ່ບ້ານນາປໍ, ແຫລ່ງຜະລິດເຂົ້າອິນຊີ ກຽມເປັນສິນຄ້າໂອດ໋ອບ ຢູ່ບ້ານນາຫອຍປັງ, ສວນປູກພັກ ເຮືອນຮົ່ມຢູ່ ບ້ານປາກແຖບ ແລະ ບ້ານໄຮໃຕ້. ຖ້າໄດ້ມາຢາມ ເມືອງສັງທອງນອກ ຈາກຈະໄດ້ຮັບ ຄວາມສົດຊື່ນ ຈາກທຳມະຊາດແລ້ວ ຍັງມີສິນຄ້າດີໆ ມີຄຸນນະພາບ ປາສະຈາກເຄມີ ໃຫ້ເລືອກຊື້ເພື່ອເປັນ ຂອງຝາກຂອງຕ້ອນ ອີກດ້ວຍ.

No comments

Theme images by compassandcamera. Powered by Blogger.