ໂຄງການເຊື່ອມໂຍງ ການທ່ອງທ່ຽວ ເມືອງໄຊ ແຂວງອຸດົມໄຊ ແຕ່ປີ 2017-2030

ອາທິດ​ຜ່ານ​ມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງ ເມືອງໄຊ ໄດ້ເປີດກອງປະຊຸມ ປືກສາຫາລື ຜ່ານແຜນແມ່ບົດ ພັດທະນາ​ທ່ອງ​ທ່ຽວ ແຕ່ປີ 2017-2030 ໂດຍມີທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈຳພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີທ່ານ ສີວັນຄຳ ອີນທະບູບຜາ, ຮອງເຈົ້າເມືອງໆໄຊ,ພ້ອມທັງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ແມ່ນໄດ້ຜ່ານແຜນແມ່ບົດ ແຕ່ປີ 2017-2030 ເຊີ່ງລວມມີ ໂຄງການສົມ​ທົບ ການ​ພັດທະນາ​ ສ້າງ​ສິ່​ງອຳນວຍ​ຄວາມ​ສະດວກ ແລະ​ ເສັ້ນທາງເຂົ້າຫາຖໍ້າຈອມອອງ ເພື່ອສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ພາກທຸລະກິດເຂົ້າມາສຳປະທານ ພັດ​ທະ​ນາ​ການ​ບໍ​ລິ​ການ ໃນອະນາຄົດ, ສ້າງ​ຈຸດ​ພັກ​ລົດ​ ແລະ ສິ່ງອໍານວຍຄວາມສະດວກ ​ທາງ​​ແຍກ​ຫຼັກ 24 ບ້ານ​ນ້າບໍ​ຕາ​ໄກ ຫາ ຖໍ້າ​ຈອມ​ອອງ. ສໍາຫຼວດ ​ເກັບ​ກໍາ​ຂໍ້​ມູນ​ບັນດາ​ຖໍ້າ​ຕ່າງໆ ບໍລິ​ເວນ​ຖໍ້າ​ຈອມອອງ ​ແລະ ຂຶ້ນ​ສະຖິຕິ ​ແຫຼ່ງທ່ອງ​ທ່ຽວ. ສ້າງ​ແຜນ​ທີ​ວົງ​ຈອນ​ຖ້ຳ, ສໍາຫຼວດ ​ເສັ້ນທາງ​ຍ່າງ​ປ່າ ບ້ານ​ຈອມ​ອອງ ​ເຊື່ອມ​ຕໍ່ຖໍ້າ​ມົກ​ແຝກ ​ເມືອງ​ນາໝໍ້.

ຜ່ານ​ມາ​ໄດ້​ມີ​ການ ຝຶກ​ອົບ​ຮົມ​ການ​ແປ​ຮູບ​ ຜ​ະລິດ​ຕະ​ພັນກະ​ສິ​ກຳ​ ແລະ ການ​ຊອກ​ຕະ​ຫຼາດ​ ຈຳ​ໜ່າຍ​ເຂດ​ຫ້ວຍ​ອຸ່ນ ເພື່ອ​ການ​ທ່ອງ​ທ່ຽວ, ໂຄງ​ການສ້າງ​ບ້ານນ້ຳແຫງ, ບ້ານຈອມ​ອອງ ເປັນ​ບ້ານພັກ​ຄ້າງ​ແຮມ​ ຂອງ​ນັກ​ທ່ອງ​ທ່ຽວ ສ້າງ​ໃຫ້​ມີ​ເຮືອນ​ພັກ, ຮ້ານ​ອາ​ຫານ,​ ໂຮມ​ສະ​ເຕ ແລະ ​ຜະ​ລິດ​ຕະ​ພັນ​ ທ່ອງ​ທ່ຽວ​ຕ່າງໆ. ຊອກ​ຫາ​ກິດ​ຈະ​ກຳ ​ບໍ​ລິ​ການທ່ອງ​ທ່ຽວໃຫ້​ແກ່ 13 ບ້ານ​ທາ​ງ​ຜ່ານ​ ສູ່​ຖ້ຳຈອມ​ອອງ. ສໍາຫຼວດ, ​ເກັບ​ກໍາ​ຂໍ້​ມູນ​ບັນດາ ​ທ່າ​ແຮງ​ດ້ານ​ການ​ຜະລິດ ​ເຄື່ຶອງຫັດຖະ​ກໍາ​ຂອງ​ຊາວບ້ານ ຢູ່​ບັນດາ​ບ້ານ 13 ບ້ານ ​ວົງ​ຈອນ​ການທ່ອງທ່ຽວ ຖໍ້າ​ຈອມ​ອອງ. ຝຶກ​ອົບຮົມ​ຍົກ​ລະດັບ ​ສື​ມື​ດ້ານ​ການ​ຜະລິດ​​ເຄື່ອງທີ່​ລະນຶກ ທີ່​ເປັນ​ເອກະລັກ​ ຂອງ​ທ້ອງ​ຖິ່ນ ​ເພື່ອ​ສະໜອງ​ໃຫ້ ​ແກ່​ນັກ​ທ່ອງ​ທ່ຽວ.. ສໍາຫຼວດ, ​ເກັບ​ກໍາ​ຂໍ້​ມູນ​ຢູ່​ບ້ານ​ນໍ້າ​ແຫງ, ບ້ານ​ຈອມ​ອອງ​ ​ເພື່ອ​ສ້າງ​ເປັນ​ສະຖານ​ທີ່​ພັກ​ແຮມ​ ໂຮມ​ສະ​ເຕ ກັບ​ຊາວບ້ານ ​ແລະ ຊຸກ​ຍູ້​ໃຫ້​ມີ​ການ​ສ້າງ​ຮ້ານ​ອາຫານ ​ເພື່ອ​ບໍລິການ​ໃຫ້ ​ແກ່​ນັກ​ທ່ອງ​ທ່ຽວ, ໂຄງ​ການກໍ່​ສ້າງ​ ບຸກ​ຄະ​ລາ​ກອນ​ຂອງ​ລັດ ແລະ ພາກ​ທຸ​ລະ​ກິດ ການ​ບໍ​ລິ​ການ​ຕ່າງໆ ໃຫ້​ເຂັ້ມ​ແຂງ, ຊຸກ​ຍູ້​ສົ່ງ​ເສີມ​ຄຸ້ມ​ຄອງ​ ທຸ​ລະ​ກິດ​ບໍ​ລິ​ການ​ຕ່າງໆ​ ໃຫ້​ມີ​ລະ​ບຽບ​ແບ​ບ​ແຜນ ​ທີ່ຖືກ​ຕ້ອງ​ຕາ​ມ ລະ​ບຽບ​ກົດ​ໝາຍ,​ ມີ​ຄຸນ​ນະ​ພາບ ມາດ​ຖານ​ສາ​ກົນ, ​ມີ​ຄວາມສະ​ຫງົບ, ປອດ​ໄພ, ຝຶກ​ອົບຮົມ ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ ໃຫ້​ພະນັກງານ​ ບໍລິການ​ຂອງ​ລັດ ​ແລະ ພາກ​ທຸລະ​ກິດ​ ໃຫ້​ມີ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ ທີ່​ເລິກ​ເຊິ່ງ ກ່ຽວກັບ​ການ​ບໍລິການ ດ້ານ​ການທ່ອງທ່ຽວ. ກອງ​ປະຊຸມ ​ເຜີຍ​ແຜ່​ລະບຽບຫຼັກການ​ ດໍາ​ເນີນ​ທຸລະ​ກິດ​ ບໍລິການ​ຕ່າງໆ ​ໃຫ້​ມີ​ຄວາມ​ຖືກຕ້ອງ​ ຕາມ​ລະບຽບກົດໝາຍ, ​ໄດ້​ລະດັບ​ ມາດຕະຖານ​ສາກົນ ພ້ອມ​ກັບ​ຄວາມ​ສະຫງົບ ​ແລະ ປອດ​ໄພ.

ທີ່ມາ: kpl

No comments

Theme images by compassandcamera. Powered by Blogger.