ທ່ຽວຊົມແຂວງບໍລິຄຳໄຊ ດິນແດນກຸຫລາບປາກຊັນ
ແຂວງບໍລິຄໍາໄຊ ເປັນແຂວງທີ່ ອຸດົມສົມບູນ ໄປດ້ວຍທິວທັດທໍາມະຊາດ, ພູຜາປ່າໄມ້ ອັນກວ້າງໃຫຍ່ໄພສານ ເຊິ່ງຕັ້ງຢູ່ພາກກາງຂອງລາວ, ມີເນື້ອທີ່ທັງໝົດ 14.863 ກິໂລຕາແມັດ, ປະກອບມີ 7ເມືອງຄື: ເມືອງປາກຊັນ, ເມືອງທ່າພະບາດ, ເມືອງ ປາກກະດິງ, ເມືອງບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ. ແຂວງບໍລິຄໍາໄຊ ໄດ້ຮັບການສ້າງຕັ້ງຂຶ້ນ ເປັນແຂວງໃໝ່ໃນປີ 1983 ເຊິ່ງໄດ້ແຍກອອກ ຈາກແຂວງວຽງຈັນ ແລະ ຄໍາມ່ວນ ແລ້ວມາໂຮມສ້າງ ເປັນແຂວງດັ່ງກ່າວ ນີ້ຂຶ້ນ.
ຕາມການບອກເລົ່າ ຂອງພະນັກງານບໍານານ ອາວຸໂສເຂດ ເມືອງປາກຊັນ ໄດ້ໃຫ້ຮູ້ວ່າ: ແຂວງບໍລິຄໍາໄຊ ມີປະຊາກອນອາໄສ ຢູ່ປະມານ 3 ແສນຄົນ ເຊິ່ງປະກອບດ້ວຍ 30 ກວ່າຊົນເຜົ່າ ແລະ ເປັນແຂວງທີ່ມີຊົນເຜົ່າ ອາໄສຢູ່ຫລາຍ ທີ່ສຸດໃນປະ ເທດເຮົາ. ອີງຕາມທີ່ຕັ້ງ ພູມສັນຖານ ແຂວງບໍລິຄໍາໄຊ ເປັນແຂວງທີ່ມີ ຄວາມສໍາຄັນ ທາງດ້ານການຄ້າ ແລະ ການທ່ອງທ່ຽວ ເພາະເປັນປາກປະຕູ ທໍາອິດທີ່ເປັນທາງຜ່ານ ຈາກພາກເໜືອ ລົງສູ່ພາກໃຕ້ ແລະ ຍັງເປັນແຂວງ ທີ່ມີທ່າດ່ານ ຕິດຊາຍແດນກັບ ສອງປະເທດເຊັ່ນ: ຢູ່ທາງທິດຕາເວັນອອກ ຕິດກັບປະເທດ ຫວຽດນາມ ແລະ ທິດຕາເວັນຕົກ ຕິດກັບປະເທດໄທ ຈຶ່ງກາຍເປັນ ແຂວງທາງຜ່ານ ແລະ ເປັນສູນກາງ ແຫ່ງການເຊື່ອມຕໍ່ ທັງສີ່ທິດທາງອີກດ້ວຍ. ແຂວງບໍລິຄໍາໄຊ ນອກຈາກເປັນແຂວງທີ່ ສວຍສົດງົດງາມ ທາງດ້ານທິວທັດ ທໍາມະຊາດແລ້ວ ຍັງອຸດົມສົມບູນ ໄປດ້ວຍສະຖານທີ່ ທ່ອງທ່ຽວທາງ ດ້ານທໍາມະຊາດ ແລະ ວັດທະນະທໍາ ອັນໂດດເດັ່ນອີກ ດ້ວຍເປັນຕົ້ນ: ວັດພະບາດ, ວັດໂພນສັນ, ວັດດານສູງ, ຕາດຊາຍ, ຕາດເລິກ, ຕາດຍອງ ບ້ານຍາງເຄືອ, ຖໍ້າມັງກອນ, ບ້ານນາເຂດປ່າສະຫງວນ ແຫ່ງຊາດພູເຂົາຄວາຍ, ຮອຍພະບາດໃໝ່ (ຖໍ້າສະແນນ), ບັ້ງໄຟພະຍານາກ ແລະ ຊົມນໍ້າສອງສີ ທີ່ປາກຊັນ, ອັນທີ່ພິເສດທີ່ສຸດ ຂອງແຂວງນີ້ແມ່ນ ເປັນບ່ອນຢູ່ອາໄສ ຂອງໜຶ່ງໃນບັນດາ ສັດທີ່ຫາ ຍາກທີ່ສຸດ ໃນໂລກກໍຄືໂຕ ເສົາຫລາອາໄສ ຢູ່ເຂດປ່າສະຫງວນ ນໍ້າເທີນ-ນໍ້າກະດິງ ຂອງແຂວງນີ້ ຈຶ່ງໄດ້ມີຄໍາຂວັນປະຈໍາແຂວງ ທີ່ມີເນື້ອໃນວ່າ: ຖິ່ນອາໄສສາວເມີ້ຍ ຜູ້ໂສພາຖິ່ນ ຢູ່ໂຕເສົາຫລາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກວ້າງໄກ ພະບາດໃຫຍ່ ໂພນສັນ, ຄົນຊ່າລືກ່າວເອີ້ນແດນ ກຸຫລາບປາກຊັນ.
ແຂວງບໍລິຄໍາໄຊ ເປັນແຂວງທີ່ລືນາມ ທາງດ້ານການທ່ອງທ່ຽວ ແລະ ສູນການຄ້າ ຈຶ່ງເຮັດໃຫ້ມີການ ພັດທະນາແຂວງ ໃຫ້ຈະເລີນເຕີບໂຕໄປ ຢ່າງກ້າວໄກ, ຖ້າທ່ານໃດຫາກໄດ້ໄປ ເຂດບໍລິຄໍາໄຊ ກໍຢ່າລືມໄປທ່ຽວຊົມ ສະຖານທີ່ ທ່ອງທ່ຽວອັນໂດດ ເດັ່ນ, ທ່ານກໍຈະໄດ້ເຫັນ ແລະ ໄດ້ຊົມຫລາກຫລາຍ ສີສັນທີ່ສໍາຄັນທ່ານ ຈະໄດ້ໄປຊົມນໍ້າສອງສີ ທີ່ເມືອງປາກຊັນ. ນອກນັ້ນ, ທ່ານກໍຈະໄດ້ ມີໂອກາດໄປທ່ຽວຊົມ ຮີດຄອງປະເພນີ ແລະ ວິຖີຊີວິດ ຂອງບັນດາເຜົ່າຕ່າງໆ ມີເຖິງ 30 ກວ່າຊົນເຜົ່າ.
ດັ່ງກາບກອນທີ່ໄດ້ບັນລະຍາຍໄວ້ວ່າ:
* ບໍລິຄໍາໄຊງາມເລີດລໍ້າ ໄດ້ຊົມທ່ຽວນໍ້າສອງສີ
ມີຫລາກຫລາຍເຜົ່າຊົນ ຢູ່ຮ່ວມປົນເສີມສ້າງ
ຕັ້ງຖິ່ນຖານໂຮມເຕົ້າ ມີສາມສິບກວ່າຊົນເຜົ່າ
ຕ່າງພາສາປາກເວົ້າ ແຕ່ເດີມເຄົ້າສືບມາ ວ່ານາ.
* ທໍາມະຊາດປ່າໄມ້ ກວ້າງໃຫຍ່ດົກໜາ
ປ່າໄມ້ເກດສະໜາ ຄ່າແພງເຫລືອລົ້ນ
ປ່າດົກໜາເປັນບ່ອນຊົ້ນ ໂຕເສົາຫລາທີ່ຫາຍາກ
ໃຜຢາກເຫັນໄປທ່ຽວໄດ້ ບໍລິຄໍາໄຊກໍ້າຫາກຊິເຫັນ ທ່ານເອີຍ.

No comments