ອະດີດນາຍົກ ປອກຕຸຍການ ຈະເປັນ ເລຂາທິການ ສປຊ ຄົນໃໝ່
ຂປລ.ຕາມຂ່າວ ຕ່າງປະເທດ, ທ່ານ ອັນໂຕນີໂອ ກູແຕຣເຣສ, ອະດິດນາຍົກ ລັດຖະມົນ ຕີ ປອກຕຸຍການ ໄດ້ຮັບເລືອກ ເປັນເລຂາ ທິການ ສະຫະ ປະຊາຊາດ ຄົນໃໝ່ (UN ) ເພື່ອຮັບໜ້າທີ່ ແທນ ຈາກ ທ່ານ ບັນກີມູນ ທີ່ຈະໝົດ ວາລະລົງ ໃນປີໜ້າ ຫລັງຈາກ ຮັບຕຳແໜ່ງມາ 2 ສະໄໝ ເປັນເວລາ 10 ປີ. ພາຍຫລັງ ຄະນະມົນຕີ ຄວາມໝັ້ນຄົງ ແຫ່ງສະຫະ ປະຊາຊາດ ລົງມະຕິ ເລືອກເລຂາ ທິການ ຢູເອັນ ຄົນໃໝ່ ໃນວັນທີ 6 ຕຸລາປີນີ້ ຢ່າງເປັນ ທາງການ ດ້ວຍຄະແນນສຽງ ສະໜັບສະໜູນ 13 ສຽງ ຈາກທັງໝົດ 15 ສຽງ. ສ່ວນອີກ 2 ຊາດ ບໍ່ລົງຄະແນນ.
ທີ່ມາ: KPL
ທີ່ມາ: KPL
No comments