ຍີ່ປຸ່ນ ເພີ່ມບ້ວງເງິນ ພັດທະນາ ເສດຖະກິດ 41 ຕື້ໂດລາ ສະຫະລັດ

ຂປລ.ຕາມຂ່າວ ຕ່າງປະເທດ, ເມື່ອບໍ່ດົນມານີ້, ສະພາຕ່ຳ ຍີ່ປຸ່ນ ຮັບຮອງ ເອົາບ້ວງເງິນ ງົບປະມານໃໝ່ 4.110 ຕື້ເຢັນ(41 ຕື້ໂດລາ ສະຫະລັດ) ເພື່ອນຳໃຊ້ເຂົ້າ ໃນການ ພັດທະນາ ເສດຖະກິດ ໃຫ້ເຂັ້ມແຂງ. ໃນນີ້ ປະມານ 1.410 ຕື້ເຢັນ ຈະນຳໃຊ້ເຂົ້າ ໃນການ ປັບປຸງ ພື້ນຖານ ໂຄງລ່າງ ເພື່ອດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຊຸກຍູ້ ຜະລິດ ຕະພັນ ດ້ານກະສິກຳ ແລະ ອີກ 430 ຕື້ ເຢັນ ຊ່ວຍເຫລືອ ບັນດາ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ ເພື່ອເປັນການ ຟື້ນຟູ ເສດຖະກິດ ທ້ອງຖິ່ນ ໃຫ້ຂະຫຍາຍຕົວດີ ຢ່າງຕໍ່ເນື່ອງ.


ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.