ອາຊີ-ເອີຣົບ ຊຸກຍູ້ ການຮ່ວມມື ດ້ານການຄ້າ ເສລີ

ຂປລ.ຕາມຂ່າວ ຕ່າງປະເທດ,ວັນທີ 5 ຕຸລາ 2016, ອາຊີ ແລະ ເອີຣົບ ຊຸກຍູ້ ການຮ່ວມມື ດ້ານການຄ້າ ເສລີ ​(FTA) ໂດຍ​ສະ​ເພາະ ວິສາຫະກິດ ຫວຽດນາມ ໄດ້ຮັບ ການເປີດກວ້າງ ດ້ານ ຕະຫລາດ ຫລາຍຂຶ້ນ ເນື່ອງຈາກ ສິນຄ້າ ຂອງ ຫວຽດນາມ ກວ່າ 90% ປະເພດ ສົ່ງອອກໄປ ຍັງ ບັນດາ ປະເທດ ຂຶ້ນ​ກັບ​ ສະ​ຫະ​ພັນ​ ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU) ໄດ້ຮັບການ ຍົກເວັ້ນ ພາສີ ລວມ ມີ ລັດ​ເຊຍ, ເບ​ລາ​ຣຸດຊີ, ກາ​ຊັກ​ສະ​ຖານ, ອາກ​ເມ​ນີ ແລະ ກຽກ​ກິດ ​ສະ​ຖານ ເຮັດໃຫ້ວົງເງິນ ການຄ້າ ຮ່ວມກັນ ບັນລຸ 4 ຕື້ ກວ່າໂດລາ ສະຫະລັດ ແລະ ມີທ່າອ່ຽງ ເພີ່ມສູງຂຶ້ນ ແຕ່ 8-10 ຕື້ໂດລາ ສະຫະ ລັດໃນຕໍ່ ໜ້າ. ນອກນີ້ ຍັງເຮັດໃຫ້ ການສົ່ງອອກ ໃນພາກພື້ນນີ້ ຫລຸດຜ່ອນ ຈາກການ ເສຍພາສີ ເຖິງ 40 ລ້ານ ໂດລາ ສະຫະລັດ. ພ້ອມດຽວກັນນີ້ ຈະຊ່ວຍ​ ຊຸກ​ຍູ້​ ການ​ພົວ​ພັນ ​ເສດ​ຖະ​ກິດ, ເປີດ​ກ້​ວາງ​ ການ​ຜະ​ລິດ, ການ​ຄ້າ ແລະ ການ​ລົງ​ທຶນ ຮ່ວມກັນ ຢ່າງເຂັ້ມແຂງ.


ທີ່ມາ: KPL
ຮູບປະກອບ

No comments

Theme images by compassandcamera. Powered by Blogger.