ພາຍຸເຮີຣິເຄນ ພັດເຂົ້າໄຮຕິ-ກູບາ ເສຍຊີວິດ ເກືອບ 20 ຄົນ

ຂປລ.ຕາມຂ່າວ ຕ່າງປະເທດ,ວັນທີ 6 ຕຸລາ 2016, ພາຍຸເຮີ ຣິເຄນ ແມທີວ ພັດເຂົ້າໄຮຕິ ແລະ ກູບາ ເຮັດໃຫ້ມີ ຜູ້ເສຍຊີວິດ ເກືອບ 20 ຄົນ ແລະ ສ້າງຄວາມ ເສຍຫາຍ ເປັນບໍລິເວນກວ້າງ ໂດຍຈັດ ຄວາມຮຸນແຮງ ພາຍຸນີ້ ໃນລະດັບ 4 ດ້ວຍແຮງ ລົມພັດ 193 ກິໂລແມັດ ຕໍ່ຊົ່ວໂມງ. ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ພວມລົງ ໃຫ້ການ ຊ່ວຍເຫລືອ ຜູ້ປະສົບ ເຄາະຮ້າຍ ຈາກໄພພິບັດ ຄັ້ງນີ້ ແລະ ປະເມີນ ຜົນເສຍຫາຍ ທີ່ກະທົບຕໍ່ ທາງເສດຖະກິດ ຢ່າງຮີບດ່ວນ.

ທີ່ມາ: KPL
ຮູບປະກອບ

No comments

Theme images by compassandcamera. Powered by Blogger.