ອີຕາລີ ຊ່ວຍເຫລືອ ຜູ້ອົບພະຍົບ 4 ພັນກວ່າຄົນ
ຂປລ.ຕາມຂ່າວ ຕ່າງປະເທດ,ວັນທີ 5 ຕຸລາ 2016, ໜ່ວຍຍາມຝັ່ງ ອິຕາລີ ສາມາດ ຊ່ວຍເຫລືອ ຜູ້ອົບພະຍົບ 4.655 ຄົນ. ໃນນີ້ ເສຍຊີວິດ ເກືອບ 30 ຄົນ ຫລັງຈາກ ພະຍາຍາມ ເດີນທາງ ຂ້າມທະເລ ບັນທຸກ ຜູ້ໂດຍສານ ຢ່າງໜາແໜ້ນ ໃນເຮືອຢາງ ຈົນເກີດຂວ້ຳ ຈົມລົງ ສູ່ທະເລ. ກ່ອນໜ້ານີ້ ພົບຜູ້ອົບພະຍົບ 10.000 ຄົນ ພວມເດີນທາງ ຂ້າມທະເລ ແລະ ມີຜູ້ຈົມນ້ຳ ເສຍຊີວິດ 50 ກວ່າ ຄົນ. ສຳລັບ ຕົວເລກລ້າສຸດ ນັບແຕ່ ຕົ້ນປີນີ້ ເຖິງປັດຈຸບັນ ຍອດຜູ້ອົບພະຍົບ ເດີນທາງ ມາຍັງ ອີຕາລີ ບັນລຸ 142.000 ຄົນ. ໃນນີ້ ເສຍຊີວິດ ລະຫວ່າງ ການເດີນທາງ 3.100 ຄົນ.
ທີ່ມາ: KPL
ຮູບປະກອບ
ທີ່ມາ: KPL
ຮູບປະກອບ
No comments