ຍີ່ປຸ່ນ ຈະຈັດການ ແຂ່ງຂັນ ຫຸ່ນຍົນໂລກ ໃນປີ 2020
ຂປລ.ຕາມຂ່າວ ຕ່າງປະເທດ, ວັນທີ 5 ຕຸລາ 2016, ກະຊວງ ການຄ້າຍີ່ປຸ່ນ ຈະເປັນເຈົ້າພາບ ຈັດການ ແຂ່ງຂັນ ຫຸ່ນຍົນໂລກ ໃນປີ ດຽວກັນ ຈັດການ ແຂ່ງຂັນ ກິລາໂອລິມປິກ ປີ 2020 ໂດຍ ຈະມີ ການແຂ່ງຂັນ ແລະ ວາງສະແດງ ຫຸ່ນຍົນ ຫລາກຫລາຍ ປະເພດ ເປັນຕົ້ນ ຫຸ່ນຍົນ ທີ່ມີ ພື້ນຖານ ຈາກມະນຸດ ສາມາດ ຊ່ວຍວຽກເຮືອນ ແລະ ເຮັດວຽກ ກ່ຽວກັບ ກະສິກຳ ເພື່ອແກ້ໄຂ ບັນຫາ ການຂາດ ແຄນແຮງງານ ແລະ ຫຸ່ນຍົນ ອຸດສາຫະກຳ. ຄາດວ່າ ຈະມີ ຫຸ່ນຍົນ ທີ່ທັນສະໄໝ ຈາກທົ່ວໂລກ ເຂົ້າຮ່ວມ ຢ່າງເປັນ ຂະບວນ ຟົດຟື້ນ.
ທີ່ມາ: KPL
ທີ່ມາ: KPL
No comments