ລາວ-ຫວຽດນາມ ຫາລືກະກຽມໂຄງການກໍ່ສ້າງ ສະຖາບັນ ເສດຖະກິດ-ການເງິນ ດົງ ຄຳຊ້າງໄລຍະ 3
ຂປລ. ວັນທີ 6 ຕຸລາ ນີ້ ຢູ່ ນະຄອນຫລວງວຽງຈັນ, ຄະນະນຳກະຊວງການເງິນລາວ ນຳໂດຍ ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ ໄດ້ພົບປະກັບຄະນະນຳກະຊວງການເງິນ ສສຫວຽດນາມ ນຳໂດຍທ່ານນາງ ຫວຸທິມາຍ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 4-9 ຕຸລານີ້.
ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ປຶກສາຫາລື ແລະ ຮັບຟັງລາຍງານກ່ຽວກັບການກະກຽມໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງໄລຍະ 3 ກໍຄື ປຶກສາຫາລືກ່ຽວກັບໂຄງການກໍ່ ສ້າງວິທະຍາໄລການເງິນ ພາກໃຕ້ແຂວງຈຳປາສັກ ອັນຈະຊ່ວຍຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືແບບພິເສດ ທີ່ເຄີຍມີມາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.
ທີ່ມາ: KPL

No comments