ພາຍຸໄຕ້ຝຸ່ນ ຊະບາພັດ ເຂົ້າສ.ເກົາຫລີ ເສຍຊີວິດ 6 ຄົນ
ຂປລ.ຕາມຂ່າວ ຕ່າງປະເທດ, ວັນທີ 5 ຕຸລາ 2016, ເຈົ້າໜ້າທີ່ ສ.ເກົາຫລີ ລາຍງານວ່າ: ພາຍຸໄຕ້ຝຸ່ນ ຊະບາ ພັດເຂົ້າ ເກາະເຊຈູ ຂອງ ສ.ເກົາຫລີ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 6 ຄົນ ແລະ ສູນຫາຍ 4 ຄົນ ໂດຍສະເພາະ ເມືອງ ປູຊານ ແລະ ອຸຊັນ, ເຮືອນຊານ ເປ່ເພ ຫລາຍກວ່າ 230.000 ຫລັງຄາ, ສະໜາມ ບິນສາກົນ ກີມແຮ ຕ້ອງຍົກເລີກ ຖ້ຽວບິນ 80 ກວ່າຖ້ຽວ ແລະ ສະຖານ ທ່ີອື່ນໆ ຕ້ອງປິດ ຊົ່ວຄາວ.
ທີ່ມາ: KPL
ທີ່ມາ: KPL
No comments