ເມັກຊິກ ເປີດບໍລິການ ຂົນສົ່ງ ທາງອາກາດ ດ້ວຍສາຍກາບ


ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 5 ຕຸລາ 2016, ທ່ານ ເອນຣີ​ເກ ​ເປ​ຍ່າ ​ເນີຍ​ໂຕ ປະທາ ນາທິບໍດີ ເມັກ​ຊິກ ​ໄດ້​ຖະ​ແຫລ​ງ ກ່ຽວກັບ ການ​​ໃຫ້​ ບໍລິການ​ ຂົນ​ສົ່ງ ​ທາງ​ອາກາດ ດ້ວຍ​ສາຍ​ກາບ ​ໂດຍ​ໃຊ້ ກະຕ່າ​ ລອຍ​ຟ້າ ​ເປັນ​ພາຫະນະ ຂົນ​ສົ່ງ​ ຜູ້​ໂດຍ​ສານ ພາຍ​ໃນ​ປະ​ເທ​​ດ ​ເປັນຄັ້ງ​ທຳ​ອິດ, ສາມາດ​ ຮອງ​ຮັບ​ ຜູ້​ໂດຍສານ ​ໄດ້​ຄັ້ງ​ລະ10 ຄົນ ​ແລະ ຄາດວ່າ ຈະ​ສາມາດ​ ໃຫ້​ບໍລິການ​ ຜູ້​ໂດຍສານ​ວັນ​ລະ 29.000 ຄົນ ​ໃນ​ໄລຍະ​ທາງ 5 ກິ​ໂລ​ແມັດ , ​ເຊິ່ງມີ 7 ສະຖານີ. ​ໃນ​ນີ້ ຈະ​​ໃຊ້​ເວລາ ຈາກ​ສະຖານີ​ ທຳ​ອິດ ​ເຖິງ ສະຖານ​ນີ ສຸດ​ທ້​າຍ ພຽງ​ແຕ່ 17​ ນາທີ ​ຫລຸດລົງ ​ເມື່ອ​ທຽບ​ໃສ່ ການ​ຂົນ​ສົ່ງຜ່ານ​ມາ 40​ ນາທີ ​ເພື່ອ​ຫລຸດຜ່ອນ ຄວາມ​ແອ​ອັດ​ ໃນ​ການ ​ຂົນ​ສົ່ງ​ ຜູ້​ໂດຍສານ ​ໃນ​ນະຄອນຫລວງ.


ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.