ອະດີດປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ ແຂວງຄໍາມ່ວນ

ໃນວັນທີ 11-12 ຕຸລານີ້ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. ທ່ານອະດີດປະທານປະເທດ ໄດ້ຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບ ການຜະລິດ, ການປຸງແຕ່ງໄມ້ ທັນສະໄໝຂອງ ບໍລິສັດ ພອນສັກ ກຣຸບ ຢູ່ທີ່ເມືອງຍົມມະລາດ ເຊິ່ງໂຮງງານດັ່ງກ່າວ, ເປັນໂຮງງານ ຂະໜາດໃຫຍ່ ແລະ ໄດ້ສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນ ພາຍໃນທ້ອງຖິ່ນ ເປັນຢ່າງດີ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ.

ທ່ານ ໂອໄດ ສຸດາພອນ ໄດ້ລາຍງານ ການຈັດຕັ້ງປະຕິບັດ ການພັດທະນາທາງດ້ານ ເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະ ສົກງົບປະມານ 2015-2016 ປະຈຸບັນ ທົ່ວແຂວງຍັງມີຄວາມສະຫງົບ, ຮັບປະກັນໄດ້ ການປົກປັກຮັກສາ ເຂດນ້ຳແດນດິນ, ປະຊາຊົນ ມີຄວາມອຸ່ນອ່ຽນ ສາມາດດໍາລົງຊີວິດ ໄດ້ຢ່າງປອດໄພ; ເສດຖະກິດມະຫາພາກ ສົກປີ 2015-2016 ຂະຫຍາຍຕົວ ໃນລະດັບ 8,54% ຍອດຜະລິດຕະພັນ ພາຍໃນ (GDP) ບັນລຸໄດ້ 5.010 ຕື້ກີບ ໃນນັ້ນ ດ້ານກະສິກໍາ ປ່າໄມ້ 1.302 ຕື້ກີບ ກວມເອົາ 26% ຂອງ GDP, ດ້ານອຸດສາຫະກໍາ 2.004 ຕື້ກີບ ກວມເອົາ 40% ຂອງ GDP, ດ້ານການບໍລິການ 1.703 ຕື້ກີບ ກວມເອົາ 34% ຂອງ GDP. ລວມຍອດຜະລິດຕະພັນ ພາຍໃນ (ໃນປີ) GDP ບັນລຸໄດ້ 6.485 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນໄດ້ 16.295.086 ກີບ ຫລື ເທົ່າກັບ 1.979 ໂດລາສະຫະລັດ.

ທ່ານ ກ່າວຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດ ພວກເຮົາຍັງມີຂໍ້ຄົງຄ້າງ ທີ່ເປັນບັນຫາຫຍຸ້ງຍາກ ຈໍານວນໜຶ່ງ ທີ່ຈະຕ້ອງໄດ້ ສືບຕໍ່ແກ້ໄຂ ເຊັ່ນ: ການຊີ້ນໍາ-ນໍາພາ ແກ້ໄຂ ສະພາບຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ຂີ້ລັກງັດແງະ, ບັນຫາຄົນຕ່າງປະເທດ ທີ່ເຂົ້າມາດໍາລົງຊີວິດ ປະກອບອາຊີບ ອອກແຮງງານ ໂດຍບໍ່ຖືກຕ້ອງ ຕາມລະບຽບກົດໝາຍ, ອຸບັດເຫດຕາມ ທ້ອງຖະໜົນ, ການຫລິ້ນກິນຟຸມເຟືອຍ, ໄພສັງຄົມອື່ນໆ ຍັງບໍ່ທັນຫລຸດໜ້ອຍຖ້ອຍລົງ. ການຂຸດຄົ້ນ ແລະ ຄຸ້ມຄອງແຫລ່ງລາຍຮັບ ງົບປະມານຫລາຍດ້ານ ຍັງຂາດຄວາມຄ່ອງຕົວ, ລາຍຮັບງົບປະມານ ຍັງມີສະພາບຮົ່ວໄຫລ, ກົນໄກການ ເກັບລາຍຮັບ ບາງອັນຍັງບໍ່ທັນ ມີປະສິດທິພາບ, ຄວາມຮັບຜິດຊອບການເມືອງ ຂອງເຈົ້າໜ້າທີ່ ຈໍານວນໜຶ່ງ ບໍ່ທັນສູງ.

ໃນໂອກາດນີ້, ທ່ານ ຈູມມາລີ ໄຊຍະສອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະນໍາຂັ້ນສູງ ຂອງແຂວງຄໍາມ່ວນ ສ້າງພື້ນຖານການເມືອງ ໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍສະເພາະ ແມ່ນການຜັນຂະຫຍາຍ ເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ໃຫ້ປະກົດຜົນເປັນຈິງ ໂດຍການຫັນລົງ ກໍ່ສ້າງຮາກຖານ, ສືບຕໍ່ຈັດຕັ້ງ ປະຕິບັດຍຸດທະສາດ 3 ສ້າງ, ສືບຕໍ່ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2016-2017, ສ້າງຄວາມເຂັ້ມແຂງ ດ້ານຖານລາຍຮັບ, ດ້ານກະສິກໍາ ຕ້ອງມີ​ຄຸນ​ນະພາ​ບ​ ​ໂດຍ​ສະ​ເພາະ ການປູກຝັງ-ການລ້ຽງສັດ ໃຫ້ຫລາຍຂຶ້ນ ສໍາລັບການປູກເຂົ້າ ຕ້ອງ​ຫັນ​ໄປສູ່ອຸດສາຫະກໍາ ທີ່ທັນສະໄໝ, ການລ້ຽງສັດ ຕ້ອງສຸມໃສ່ການລ້ຽງ ແບບເປັນຟາມ, ສ້າງຕົວແບບຂອງເມືອງ ຄື 1 ເມືອງຕ້ອງໃຫ້ມີ 1 ຜະລິດຕະພັນ ເຊິ່ງການສ້າງຕົວແບບ ແມ່ນພື້ນຖານອັນໃໝ່ ແມ່ນໄມ້ຫລາວັດແທກ ຂອງການຊີ້ນໍາໆພາທຸກຂັ້ນ ແລະ ອື່ນໆ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.