ຄວາມຄິດສ້າງສັນ ແລະ ນະວັດຕະກຳ ຈະຊ່ວຍສ້າງໂອກາດ ທາງທຸລະກິດໃໝ່
ເຕັກໂນໂລຊີ ສ້າງນະວັດຕະກຳ ແລະ ນະວັດຕະກຳ ເຮັດໃຫ້ເກີດມີ ການແຂ່ງຂັນ ທາງດ້ານການຄ້າ, ການບໍລິການ ແລະ ການພັດທະນາ. ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ມີບົດບາດສຳຄັນຫລາຍ ໃນຍຸກປັດຈຸບັນ ໂດຍສະເພາະ ໃນການດຳເນີນການ ປະກອບກິດຈະກຳຕ່າງໆ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວ ໃນການສ້າງ application ໃໝ່ໆ ເພື່ອນຳໃຊ້ເຂົ້າໃນ ການບໍລິຫານຈັດການ ທຸລະກິດ-ການຄ້າ ເຊິ່ງເປັນການ ຫລຸດຕົ້ນທຶນ, ຫລຸດເວລາ ແລະ ຫລຸດຄວາມສ່ຽງ ທີ່ຈະເກີດຂຶ້ນໃນທຸລະກິດ ຂອງໂຕເອງ.
ທ່ານ ສຸມານະ ຈຸລາມະນີ ຫົວໜ້າກົມ ເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວໃນ ກອງປະຊຸມສຳມະນາ ເຕັກໂນໂລຊີ ແລະ ນະວັດຕະກຳ ສຳລັບຜູ້ປະກອບ ການກິດຈະການໃໝ່ ໃນວັນທີ 14 ຕຸລາ 2016 ທີ່ສູນການຄ້າ ລາວ-ໄອເຕັກ ວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນ ສປປ ລາວ ເປັນຄັ້ງທຳອິດ ເພື່ອສົ່ງເສີມ ຜູ້ປະກອບການໄວໜຸ່ມ ແລະ ນັກສຶກສາ ທີ່ມີແນວຄິດລິເລີ່ມ ໃນການສ້າງ ທຸລະກິດໃໝ່ ທີ່ຕິດພັນກັບເຕັກໂນໂລຊີ ແລະ ນະວັດຕະກຳ, ທັງເປັນການແລກປ່ຽນ ປະສົບການຜົນສຳເລັດ ໃນຂະແໜງການ ທຸລະກິດເຕັກໂນໂລຊີ ແລະ ເປັນເວທີ ສົນທະນາ-ເຜີຍແຜ່ ລະບົບສະໜັບສະໜູນ ກໍຄືນະໂຍບາຍ ການສົ່ງເສີມການ ລິເລີ່ມທຸລະກິດໃໝ່ ໃນ ສປປ ລາວ. ພ້ອມດຽວກັນນີ້, ທ່ານ ສຸມານະ ຈຸລາມະນີ ຍັງໄດ້ກ່າວຕື່ມວ່າ: ຈາກເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກ ທາງດ້ານເຕັກໂນໂລຊີ ທີ່ລ້ຳໜ້າໃນຍຸກປະຈຸບັນ ຈຶ່ງເປັນໂອກາດອັນດີ ໃຫ້ແກ່ການສົ່ງເສີມ ການດຳເນີນ ກິດຈະການ Startups ເພື່ອແກ້ໄຂບັນຫາ ແລະ ຕອບສະໜອງ ຄວາມຕ້ອງການ ເພື່ອຊົມໃຊ້ ໃນສັງຄົມ ປັດຈຸບັນ, ສປປ ລາວ ຍັງເປັນປະເທດ ຢູ່ໃນສະຖານະພາບ ປະເທດດ້ອຍພັດທະນາ ຈຶ່ງເປັນເງື່ອນໄຂອັນດີ ໃນການສ້າງ, ສົ່ງເສີມ ແລະ ພັດທະນາ ຜູ້ປະກອບການໃໝ່ (Startups) ໃຫ້ຄວາມຈະເລີນເຕີບໂຕ ໄດ້ຢ່າງກວ້າງຂວາງ ແລະ ຫລາກຫລາຍ.
ໃນກອງປະຊຸມດັ່ງກ່າວ, ມີຜູ້ຕາງໜ້າຈາກ ສະຖາບັນ ນະວັດຕະກຳແຫ່ງຊາດ ຈາກປະເທດໄທ ແລະ ບໍລິສັດໂຕະລາວ Co-working Space ພ້ອມດ້ວຍຜູ້ປະກອບການໃໝ່ ແລະ ນ້ອງນັກສຶກສາ ເຂົ້າຮ່ວມຢ່າງຫລວງຫລາຍ.
ທີ່ມາ: KPL

No comments