6 ແຜນງານຍຸດທະສາດ ໄດ້ຖືກກຳນົດໃນກອງ ປະຊຸມວຽກງານວິທະຍາສາດ ແລະ ເຕັກ ໂນໂລຊີ ທົ່ວປະເທດ ຄັ້ງທີ II

ຂປລ. ກອງ​ປະຊຸມ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດ ຄັ້ງ​ທີ II ປີ 2016 ​ໄດ້​ກຳ​ນົດ​ແຜນ​ງານ​ຍຸດ​ທະ​ສາດ, 9 ວຽກ​ຈຸດ​ສຸມ​, 12 ຄາດໝາຍ​ສູ້​ຊົນ ​ແລະ 130 ວຽກ​ບູລິ​ມາ​ສິດ ຂອງ​ຂະ​ແໜງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ພ້ອມ​ທັງ​ໄດ້​ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2025 ​ແລະ ວິ​​ໄສ​ທັດ​ຮອດ​ປີ 2030. ​ເຊິ່ງກອງ​ປະຊຸມ​ດັ່ງກ່າວ ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ​ໃນ​ວັນ​ທີ 13 ຕຸລາ 2016 ທີ່​ ນະຄອນຫລວງ​ວຽງ​ຈັນ, ພາຍຫລັງ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 3 ວັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ພ້ອມ​ດ້ວຍ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານ ຕໍ່​ບົດ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງຂອງ​ຂະ​ແໜງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ຊຸມ​ປີຜ່ານມາ ​ແລະ ທິດ​ທາງ​ແຜນການ​ສືບຕໍ່​ປະຕິບັດ​ວຽກ​ງານ 3 ສ້າງຢ່າງ​ແຂງ​ແຮງ, ​ໂດຍ​ມີ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ ລະຫວ່າງ​ ສູນ​ກາງ ​ແລະ ທ້ອງ​ຖິ່ນຢ່າງ​ຈະ​ແຈ້ງ ​ແລະ ມີ​ປະສິດທິ​ຜົນ. ພ້ອມ​ທັງ​ເປັນ​ເອກະ​ພາບ ​ຮັບຮອງ​ເອົາ​ຄາດໝາຍ​ທີ່​ສຳຄັນ ​ເພື່ອ​ສູ້​ຊົນ​ປະຕິບັດ​ສຳລັບ​ໄລຍະ​ນີ້​ເຖິງ​ປີ 2020 ຂອງ​ຂະ​ແໜງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ເຊັ່ນ ສ້າງ​ວາລະສານ​ວິທະຍາສາດ, ສ້າງ​ສູນ​ຂໍ້​ມູນ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ສູມ​ການ​ລົງທຶນ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຈັດ​ສັນ​ງົບປະມານ​ກອງ​ທຶນ​ພັດທະນາ​ວິທະຍາສາດ​ແລະ ​ເຕັກ​ໂນ​ໂລ​ຊີ, ສົ່ງ​ເສີ​ມການ​ພັດທະນາ​ນັກ​ຄົ້ນຄວ້າ ຢູ່​ບັນດາ​ມະຫາວິທະຍາ​ໄລ​ຕ່າງໆ​ທົ່ວ​ປະ​ເທດ, ປັບປຸງ ​ແລະ ຍົກ​ລະດັບ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ. ນອກຈາກ​ນັ້ນ, ສ້າງ​ໃຫ້​ໄດ້​ນັກ​ຄົ້ນຄວ້າ​ວິທະຍາ ສາດໃຫ້​ໄດ້ 11 ຄົນ​ຕໍ່ 10,000 ຄົນ​ ຂອງ​ພົນລະ​ເມືອງ​ພາຍ​ໃນ​ປີ 2020 ​ແລະ ອື່ນໆ.
dsc_5585-vithanhasad-2
​ໃນ​ກອງ​ປະຊຸມ​ດັ່ງກ່າວ, ຄະນະ​ຜູ້​ແທນ​ມີ​ຄວາມ​ເຊື່ອ​ໜັ້ນຢ່າງ​ໜັກ​ແໜ້ນວ່າ ດ້ວຍ​ແນວທາງ​ນະ​ໂຍບາຍ​ອັນ​ຖືກຕ້ອງ, ການ​ນຳພາ​ອັນ​ປີ​ຊາ​ສາມາດ​ຂອງ​ພັກ ​ແລະ ລັດຖະບານ, ຄວາມ​ສາມັກ​ຄີ​ເປັນ​ເອກະ​ພາບຂອງ​ຄະນະ​ພັກ-ຄະນະ​ນຳ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ພາລະ​ໜ້າ​ທີ່​ ທີ່​ຖືກ​ມອບ​ໝາຍ​ຂອງ​ບັນດາ​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ຂອງ​ຂະ​ແໜງ​ການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ທົ່ວ​ປະ​ເທດ ຈະ​ສາມາດ​ພັດທະນາ​ວິທະຍສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ເປັນ​ກຳລັງ​ແຮງ ​ແລະ ​ເປັນ​ພາຫານະ​ບຸກທະລຸ​ທີ່​ແທ້​ຈິງ ​ເພື່ອ​ປະກອບສ່ວນ​ຢ່າງ​ໜັກ​ແໜ້ນ​ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເຂົ້າ​ໃນ​ການ​ຫັນ​​ເປັນ​ອຸດ​ສາ​ຫະກຳ ​ແລະ ທັນ​ສະ​ໄໝ, ສ້າງ​ເສດຖະກິດ-ສັງຄົມ​ແຫ່ງ​ພູມ​ປັນຍາ ​ແລະ ພັດທະນາ​ປະ​ເທດ​ຊາດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງຕາມ​ທິດ​ສັງຄົມ​ນິຍົມ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.