ສະຫລອງວັນ ນັກທຸລະກິດຫວຽດນາມ ຍ້ອງຍໍ ບໍລິສັດ-ບຸກຄົນດີເດັ່ນ

​ ໃນ​ຕອນ​ຄ່ຳ ​​ວັນ​ທີ 13 ຕຸລານີ້ ຢູ່​ນະຄອນຫລວງ​ວຽງຈັນ, ສະມາຄົມ ​ນັກທຸລະກິດຫວຽດນາມ ຢູ່ ສປປ ລາວ ​ໄດ້​ຈັດ​ພິທີ​ ສະ​ເຫລີ​ມສະຫລອງ ວັນ​ນັກທຸລະກິດ ຫວຽດນາມ ຄົບຮອບ 12 ປີ 13/10/2004-13/10/2016, ໂດຍ​ມີ ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ. ​ເຊິ່ງ​ໃນ​ໂອກາດ​ດັ່ງກ່າວ, ​ໄດ້​ມີ​ການ​ມອບ​ ໃບ​ຍ້ອງຍໍ​ ໃຫ້ວິ​ສາ​ຫະກິດ ​ແລະ ບໍລິສັດດີ​ເດັ່ນ 15 ພາກສ່ວນ, ພ້ອມ​ດ້ວຍ​ 16 ນັກທຸລະກິດ​ສ່ວນ​ບຸກຄົນດີ​ເດັ່ນ ປະສົບ​ຜົນສຳ​ເລັດ ແລະ ປະກອບສ່ວນ​ເຂົ້າ​ໃນ​ ການ​ສ້າງສາ​ພັດທະນາ​ ປະ​ເທດ​ຊາດ.
vn1
ທ່ານ ສົມ​ຫວັງ ວົງ​ວິ​ໄລ ປະທານ​ສະມາຄົມ ​ນັກທຸລະກິດ ​ຫວຽດນາມ ກ່າວ​ວ່າ: ນັບ​ແຕ່​ປີ 2010 ​ຫລື ​ໄລຍະ 6 ປີ ຜ່ານມາ ການ​ດຳ​ເນີນ​ທຸລະ​ກິດ​ ຂອງຫວຽດນາມ​ຢູ່​ລາວ ​ໄດ້​ເລີ່​ມ​ເຕີບ​ໃຫຍ່​ ຂະຫຍາຍຕົວ​ ຢ່າງ​ບໍ່ຢຸດ​ຢັ້ງ ​ແລະ ມີ​ສະມາຊິກ​ 300 ກວ່າ​ຄົນ, ​ເຊິ່ງມີການ​ລົງທຶນ​ ຂອງ​ຫວຽດນາມ ຢູ່​ລາວ ປະມານ 5 ຕື້​ໂດ​ລາ​ສະຫະລັດ, ປັດຈຸບັນ ຫວຽດນາມ​ ໄດ້​ເປັນ​ອັບ​ດັບ 3 ຂອງ​ການ​ລົງທຶນ​ຕ່າງປະ​ເທດ​ຢູ່​ລາວ. ຕະຫລອດ​ໄລຍະ​ ການ​ລົງທຶນ​ຢູ່​ລາວ ບັນດາ​ຫົວໜ່ວຍທຸລະ​ກິດ ຂອງຫວຽດນາມ ​ໄດ້​ປະຕິບ​ດຕາມ​ລະບຽບ ກົດໝາຍຂອງ​ລາວ ພ້ອມ​ປະຕິບັດ ​ພັນທະ​ອາກອນ ​ໃຫ້​ງົບປະມານ​ຂອງ​ລັດ​ ຢ່າງ​ຄົບ​ຖ້ວນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ ​ໃຫ້​ແກ່​ຄົນ​ລາວ​ ຈຳນວນ​ຫລວງຫລາຍ. ສຳລັບຫົວໜ່ວຍທຸລະ​ກິດ ທີ່​ໄດ້​ປະກອບສ່ວນ​ພັນທະ​ ທີ່​ພົ້ນ​ເດັ່ນປະກອບ​ມີ ບໍລິສັດ ຢູນິ​ເທ​ລ, ທະນາຄານ ​ອຸດສາຫະກຳ ການ​ຄ້າຫວຽດນາມ, ທະນາຄານ​ຮ່ວມ​ທຸລະ​ກິດ​ ລາວ-​ຫວຽດ, ຊາ​ຄອມ​ແບັງ, ທະນາຄານ​ການ​ຄ້າ​ ຫຸ້ນ​ສ່ວນ​ກອງທັບ, ບໍລິສັດ​ ເປ​ໂຕ​ຣເມັກ, ຮວາງ​ແອ​ງ ອັດ​ຕະປື ​ແລະ ອື່ນໆ.

ທ່ານນາງ​ ເຂັມ​ມະ​ນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ບັນດາ​ນັກທຸລະກິດ ​ຫວຽດນາມ ທັງໝົດທີ່​ເຂົ້າມາ​ ລົງທຶນ​ຢູ່​ລາວ, ປັດຈຸບັນ ​ເຫັນ​ວ່າ​ມີ​ຫລາຍ​ກວ່າ 300 ບໍລິສັດ ອັນ​ໄດ້​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ຂອງ​ລາວ​ເປັນ​ຢ່າງ​ດີ. ຜ່ານ​ມາ ພາກ​ລັດ​ໄດ້​ ສະໜັບສະໜູນ ​ແລະ ​ເອືື້ອອຳນວຍ​ ໃຫ້​ທຸກ​ພາກສ່ວນ​ ຫົວໜ່ວຍທຸລະ​ກິດ ກໍ​ຄື ຫວຽດນາມ​ອ້າຍ​ນ້ອງ ເຂົ້າ​ມາ​ລົງທຶນ​ຢູ່​ລາວ ອັນ​ໄດ້​ໃຫ້​ລາວ ສາມາດ​​ເຊື່ອ​ມໂຍງ​ກັບ​ ພາກພື້ນ ​ແລະ ສາກົນ. ພ້ອມ​ນັ້ນ, ທ່ານນາງ​ ເຂັມ​ມະ​ນີ ພົນ​ເສນາ ​ໄດ້​ເນັ້ນ​ໃຫ້​ສະມາຄົມ ນັກທຸລະກິດຫວຽດນາມ ມີ​ການ​ຮ່ວມ​ມື​ປະສານ​ສົມທົບ ກັບ​ສະພາ​ການ​ຄ້າ ​ເພື່ອສ້າງ​ເງື່ອ​ນໄຂ ອຳນວຍ​ຄວາມ​ສະດວກ​ໃຫ້​ພາກ​ທຸລະ​ກິດ​ ສອງ​ປະ​ເທດ. ສິ່ງ​ສຳຄັນ ນັກທຸລະກິດ​ຫວຽດນາມ ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ ແກ່​ນັກທຸລະກິດ​ລາວ ​ແລະ ພ້ອມ​ກັນ​ກ້າວ​ໄປ​ ດ້ວຍ​ຜົນສຳ​ເລັດ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.