ຄະນະກຳມາທິການວັດທະນະທຳ-ສັງຄົມຄົ້ນຄວ້າ ວຽກງານສຳຄັນ ປະຈໍາປີ 2016

ຂປລ. ກອງ​ປະຊຸມ​ຄົບ​ຄະນະ​ກຳມາທິການວັດທະນະທຳ-ສັງຄົມ(ກວທສ)​ໄດ້​ດຳ​ເນີນ​ ໃນລະຫວ່າງວັນ​ທີ 13-14 ຕຸລາ 2016 ທີ່ສະພາແຫ່ງຊາດ ໂດຍການ​ເປັນ​ປະທານ​ຂອງທ່ານ ສົມ​ພູ ດວງ​ສະຫວັນ ປະທານ​ກຳມາ​ທິການ​ວັດທະນະທຳ-ສັງຄົມ​​, ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະນະ​ວົງກຳ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ທັງ​ເປັນ​ຜູ້​ຊີ້​ນຳ​ຂົງ​ເຂດວັດທະນະທຳ-ສັງຄົມ ພ້ອມ​ດ້ວຍບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ເປັນກຳມະການ​ສັງກັດ​ກຳມາ​ທິການ,​ ປະທານ-ຮອງ​ປະທານ​ກຳມາທິການ, ​ທ່ານ​ຮອງ​ລັດຖະ ມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຕະຫລອດຮອດ​ພະນັກງານວິຊາການ ທີ່ກ່ຽວຂ້ອງ​​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ຄັ້ງ​ນີ້, ​ເພື່ອ​​ເຜີຍ​ແຜ່​ກ່ຽວກັບ​ພາລະ​ບົດບາດ​, ສິດ ​ແລະ ໜ້າທີ່, ລະບອບ​​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ລະບອບ​ການ​ປະສານ​ງານ​ຂອງ​ ກວທສ ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII; ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​​ຕໍ່​ຮ່າງ​ຍຸດ​ທະ​ສາດ​ຮອດ​ປີ 2025, ​ແຜນ​ພັດ​ທະນາ 5 ປີ (2016-2020), ​ແຜນການ​ປະ​ຈໍາປີ 2017 ​ແລະ ການ​ເຄື່ອນ​ໄຫວຂອງ ກວທສ ແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ VIII ​ເຖິງ​ປັດຈຸບັນ ນັບ​ທັງແຜນການ​ເຄື່ອນ​ໄຫວ 2 ​ເດືອນທ້າຍ​ປີ 2016. ພ້ອມ​ນັ້ນ, ກອງ​ປະຊຸມ​ໄດ້ຮັບຟັງການລາຍງານແຜນພັດທະນາ 5 ປີ ແລະ ວຽກງາ​ນຈຸດ​ສຸ​ມຂອງຂະແໜງການ ເຊິ່ງ​ຕິດ​ພັນ​ກັບ​ຄາດໝາຍສູ້ຊົນ​ ໃນ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ຄັ້ງ​ທີ VIII; ຄວາມ​ພ້ອມ​ຂອງຮ່າງ​ກົດ ໝາຍວ່າ​ດ້ວຍສື່​ມວນ​ຊົນ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ VIII; ປຶກສາຫາລືກ່ຽວກັບຂອດ​ການປະສານສົມທົບ ລະຫວ່າງ ກວທສ ກັບຂະແໜງການທີ່ກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນ.
ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ໄດ້ມີຄຳເຫັນໂອ້ລົມ​ ແລະ​​​ ເນັ້ນໜັກ​ໃສ່​ບາງ​ບັນຫາ​ທີ່​ສຳຄັນ ​ເພື່ອ​ພ້ອມ​ກັນ​ສຸມ​ໃສ່​ແກ້​ໄຂ​ໃນ​ຕໍ່​ໜ້າ ​ໂດຍ​ສະ​ເພາະການ​ເປັນ​ເສນາ​ທິການ​ ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຕ້ອງ​ຮັບປະກັນ​ຄວາມ​ຖືກຕ້ອງ, ຈະແຈ້ງ​ທາງ​ດ້ານ​ຂໍ້​ມູນ​ຫລັກ​ຖານ ​ແລະ​ ຮັບປະກັນ​ຄຸນນະພາບ​ດ້ານ​ເນື້ອ​ໃນ ​ໂດຍ​ສອດ​ຄ່ອງ​ກັບ​ລະບຽບກົດໝາຍ ​ແລະ ​ຄວາມ​ເປັນ​ຈິງ; ​ເພີ່ມທະວີ​ເອົາ​ໃຈ​ໃສ່ສ້າງ ​ແລະ​ ປັບປຸງ​ກົດໝາຍ​ໃຫ້​ສຳ​ເລັດ​ຕາມ​ແຜນການ ທັງ​ຮັບປະກັນ​ດ້ານ​ເນື້ອ​ໃນ​ໃຫ້​ຄົບ​ຖ້ວນ, ຈະແຈ້ງ, ຮັດກຸມ ​ແລະ​ ສອດ​ຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ​ທັງ​ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ. ການ​ຕົກລົງ​ບັນຫາ​ສຳຄັນ​ຂອງ​ຊາດ​ຕ້ອງ​ອີງ​ໃສ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ ກົດໝາຍ​ຂອງ​ລັດ​ເປັນ​ຕົ້ນຕໍ, ສອດ​ຄ່ອງ​ກັບ​ລະບຽບ​ຫລັກການ​ຂອງ​ພາກ​ພື້ນ ​ແລະ​ ສາກົນ; ​ເພີ່ມທະວີ​ເອົາ​ໃຈ​ໃສ່​ປະຕິບັດ​ພາລະ​ບົດບາດ​ ດ້ານ​ການ​ຕິດຕາມ​ກວດກາ​ໂດຍ​ມີ​ຈຸດ​ສຸມ ​ແລະ ​ເປັນ​ລະບົບ ​ເພື່ອ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ, ນິຕິ​ກຳ​ລຸ່ມ​ກົດໝາຍ, ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ມີ​ຜົນສຳ​ເລັດ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.