ລາວ-ຫວຽດນາມ ຮ່ວມມື ເພື່ອພັດທະນາດ້ານພະລັງງານ

ຂປລ. ພິທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ລະຫວ່າງ​ ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສສ ຫວຽດນາມ ​ ກ່ຽວ​ກັບການ​ຮ່ວມ​ມືພັດທະນາ​ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກ ຢູ່ ສປປ ລາວ ​ແລະ ການ​ຊື້-​ຂາຍ​ ກະແສ​ໄຟຟ້າ ລະຫວ່າງ ສອງປະ​ເທດ ​ເຖິງ ​ປີ 2030 ​ ມີ​ຂຶ້ນ​ໃນ​ວັນ​ທີ 5 ຕຸລາ 2016 ນີ້, ຢູ່ນະຄອນຫລວງ​ວຽງ​ຈັນ, ໂດຍ​ການ​ລົງ​ນາມ ລະຫວ່າງ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ.

ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ລົງ​ນາມ 4 ​ເອກະສານ ລະຫວ່າງ​ ກະຊວງ​ທີ່​ກ່ຽວຂ້ອງຂອງ ລາວ-ຫວຽດນາມ ​​ເປັນ​ຕົ້ນ ​ເອກະສານ​ກ່ຽວກັບ ​ໂຄງການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານຫວຽດນາມ ​ແກ່ ສປປ ​ລາວ, ​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ ​ດົງ​ຄຳ​ຊ້າງ ​ໄລຍະ 3, ​ໂຄງການ​ສ້າງ​ສູນ​ພາສາ​ຫວຽດນາມ ຢູ່ ມະຫາວິທະຍາ​ໄລ ສຸພາ​ນຸວົງ ​ແລະ ມະຫາວິທະຍາ​ໄລ​ຈຳ​ປາ​ສັກ ​ແລະ ​ໂຄງການ​ສ້າງ​ແຜນ​ແມ່​ບົດ​ຊົນລະປະທານ ຢູ່ ສອງ​ແຂວງ ຄື: ​ແຂວງ​ຫົວພັນ ​ແລະ ​ແຂວງຊຽງ​ຂວາງ.

​​ໃນ​ວັນ​ດຽວ​ກັນນີ້, ຍັງ​ມີພິທີ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ​ເພື່ອ​ປຶກສາ​ຫາລື ​ແລກປ່ຽນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນ ​ໃນ​ຫລາຍ​ບັນຫາ ​ໂດ​ຍສະ​ເພາະ​ ບັນຫາດ້ານ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ປະ​ເທດ, ໂດຍຕາງໜ້າ​ຝ່າຍ​ລາວ ​ນຳ​ໂດຍ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ. ທັງ​ນີ້ ​ແນ​ໃສ່ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ສອງພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມຍິ່ງໆ​ຂຶ້ນ​.


ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.