ສະຫລອງວັນຊາດ ມາເລເຊຍ ຄົບຮອບ 59 ປີ

ຂປລ. ສະຖານທູດມາ​ເລຍ​ເຊຍ ປະຈຳ​ລາວ ​ເປັນ​ເຈົ້າພາບຈັດ​ງານ​ລ້ຽງສະ​ເຫລີ​ມສະຫລອງວັນຊາດ ​​ມາ​ເລ​ເຊຍ ຄົບຮອບ 59 ປີ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ ລາວ-​ມາ​ເລ​ເຊຍ ຄົບຮອບ 50 ປີ ຢ່າງຍິ່ງ​​ໃຫຍ່ ​ໃນ​ວັນ​ທີ 5 ຕຸລາ 2016 ທີ່​ນະຄອນຫລວງ​ວຽງຈັນ, ​​ໃຫ້ກຽດ​ເຂົ້າ​ຮ່ວມ​ງານ​​ ໂດຍທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ຮອງ​ລັດຖະມົນຕີ, ທູຕາ​ນຸທຸດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ.

ທ່ານ ດາ​ໂຕະ ຕັນ​ໄຕ ​ເຮັງ ເອກ​ອັກຄະ​ລັດຖະທູດ ວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ ​​ແຫ່ງ ມາ​ເລ​ເຊຍ ປະຈຳ​ລາວ ​ໄດ້​ກ່າວ​ເຖິງ ວິວັດທະນາ​ການ​ຂອງ​ການ​ພັດທະນາ, ການ​ເຕີ​ບ​ໃຫຍ່​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ຂອງ​ເມ​ລາ​ເຊຍ ​​ເກືອບ 6 ທົດ​ສະ​ວັດ​ຜ່ານ​ມາ ​ເຊິ່ງປັດຈຸບັນ​ ​ມ​າ​ເລ​ເຊຍ ກ້າວ​ເຂົ້າ​ສູ່​ປີ​ທີ 7 ຂອງ​ການ​ດຳ​​ເນີນ​ງານ​ຂອງ​ໂຄງການ​ປ່ຽນ​ແປງ​ແຫ່ງ​ຊາດ ທີ່​ຊ່ວຍ​​ໃຫ້​ມາ​ເລ​ເຊຍ ປະສົບ​ຜົນສຳ​ເລັດ ​ໃນ​ການຈະ​ເລີ​ນ​ເຕີບ​​ໂຕ ​ໃນ​ຮູບ​ແບບ​ທີ່​ມີ​ຄວາມ​ສົມ​ບູນຢ່າງ​ຍືນ​ຍົງ ​ແລະ ຄົບ​ວົງ​ຈອນ.

ທ່ານ​ທູດ ​ຍັງໄດ້​ກ່າວ​ຕື່ມ​ວ່າ: ຕະຫລອດ ​ໄລຍະ 50 ປີ​ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-​ມາ​ເລ​ເຊຍ ​ໄດ້​ມີ​ຄວາມສຳ​ພັນ​ຢ່າງໃກ້​ສິດ ​ແລະ ຮ່ວມ​ມື​ກັນຕະຫລອດ​ມາ ​ໃນດ້ານ​ການ​​ຄ້າ ​ແລະ ການ​ລົງທຶນ. ປັດຈຸບັນ ມາ​ເລ​ເຊຍ ຈັດ​ເປັນອັນ​ດັບ​ທີ 8 ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ທີ່​ມາ​ລົງທຶນ​ໃນ ສປປ ລາວ ​ເມື່ອ​ທຽບ​ໃສ່ປີ 2010 ​ແມ່ນ​ຢູ່​ໃນ​ອັນ​ດັບ 10 ​ເຊິ່ງມູນ​ຄ່າ​ການ​ຄ້າສອງ​ຝ່າຍ ​ໄດ້​ສືບ​ຕໍ່​ຂະຫຍາຍຕົວ​ເປັນ​ຕົ້ນ​​ແມ່ນ ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​​ເສດຖະກິດ​ສະ​ເພາະ, ທະນາຄານ ​ແລະ ບໍລິການ​ດ້ານ​ການ​ເງິນ, ປະກັນ​ໄພ, ທ່ອງ​ທ່ຽວ, ການ​ຜະລິດ, ການ​ສຶກສາ, ບໍ່​ແຮ່, ກໍ່ສ້າງ, ​ໄຟຟ້າ​ພະລັງງານ​ນ້ຳ, ກະສິກຳ, ການ​ຄ້າ, ທີ່​ປຶກສາ​ ​ແລະ ອື່ນໆຕື່ມອີກ.


ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.