ລັດຖະບານ ແລະ ຄູ່ຮ່ວມພັດທະນາຫາລືກ່ຽວກັບ ວຽກງານເສດຖະກິດມະຫາພາກ
ຂປລ. ວັນທີ 6 ຕຸລາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມປືກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອແນໃສ່ປຶກສາຫາລື ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ບັນຫາຂອງປີ 2017 ທີ່ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ 8 ໃນທ້າຍເດືອນຕຸລານີ້ ແລະ ຍັງເປັນການກະກຽມໃຫ້ແກ່ກອງປະຊຸມໂຕະມົນ ປະຈໍາປີ 2016 ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າສະຖານທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາລຽນ ພົນເສນາ ໄດ້ເນັ້ນວ່າ: ແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2017 ຕົ້ນຕໍ່ແມ່ນສຸມໃສ່ວຽກງານຫລຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການລົງທຶນໃສ່ໂຄງລ່າງພື້ນຖານໃນຊົນນະບົດ, ໃສ່ຕາໜ່າງການສຶກສາ ແລະ ວຽກງານສາທາລະນະສຸກ, ສຸມໃສ່ຫລຸດຜ່ອນບັນຫາໜີ້ສິນ, ຍົກສູງປະສິດທິພາບຂອງການລົງທຶນຂອງລັດ, ຄຸນນະພາບຂອງການລົງທຶນພາກເອກະຊົນ ແລະ ສະມັດຕະພາບໃນການແຂ່ງຂັນໃຫ້ສູງຂຶ້ນ, ສຸມໃສ່ຊຸກຍູ້ການຜະລິດ ແລະ ການປຸງແຕ່ງໂດຍສະເພາະບັນດາວິສາຫະກິດຂະໜາດນ້ອຍ-ກາງ ແລະ ສຸມໃສ່ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາສີຂຽວ-ຍືນຍົງ, ຮັບປະກັນເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ອີງໃສ່ຈິດໃຈປະຢັດມັດທະຍັດ,
ນອກນັ້ນ.ໃນກອງປະຊຸມກອງທຶນສາກົນ ຍັງໄດ້ສະເໜີຜົນການປະເມີນເສດຖະກິດຂອງສປປ ລາວປະຈໍາປີ 2016 ແລະ ຜູ້ຕາງໜ້າທະນາຄານໂລກ ໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຂໍ້ຫຍຸ້ງຍາກຂອງພາກເອກະຊົນ ຕໍ່ການຂະຫຍາຍຕົວຂອງເສດຖະກິດໃນສປປ ລາວ ບັນຫາສໍາຄັນທີ່ພາກລັດ ແລະ ຄູ່ຮ່ວມພັດທະນາໄດ້ຍົກຂຶ້ນມາ ແມ່ນການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຄຸ້ມຄອງມະ ຫາພາກແມ່ນສິ່ງທີ່ສໍາຄັນ ແລະ ປິ່ນອ້ອມທຸກຂົງເຂດວຽກງານ. ສະນັ້ນ, ການພັດທະນາທີ່ຕິດພັນກັບຄວາມຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ມີສ່ວນຮ່ວມຂອງໝົດທຸກຄົນໃນສັງຄົມ ແລະ ສິ່ງແວດລ້ອມແມ່ນສິ່ງທີ່ຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດໃນປີຕໍ່ໆໄປ./
ທີ່ມາ: KPL

No comments