ແລ່ນມາລາທອນ ລະດົມທຶນຊ່ວຍເຫລືອໂຮງໝໍເດັກ ຢູ່ແຂວງຫລວງພະບາງ
ຂປລ. ກຸ່ມວີລັນ ຈະຈັດກິດຈະກຳ ແລ່ນມາລາທອນ ແຕ່ນະຄອນຫລວງວຽງຈັນ ເຖິງ ແຂວງຫລວງພະບາງ ໄລຍະທາງ 385 ກິໂລແມັດ, ໃຊ້ເວລາ 4 ມື້ ເພື່ອລະດົມທຶນຊ່ວຍເຫລືອໂຮງໝໍເດັກ ເພື່ອນລາວ ຢູ່ແຂວງຫລວງພະບາງ ເຊິ່ງຈະເລີ່ມເດີນທາງ ຈາກສວນປະຕູໄຊ ນະຄອນຫລວງວຽງຈັນ ໃນວັນທີ 18-21 ຕຸລານີ້.
ໃນການແລ່ນມາລາທອນດັ່ງກ່າວ, ມີນັກແລ່ນ 4 ຄົນ ນຳໂດຍ ທ່ານ ຄາໂລ ບາຄາລາ ນັກແລ່ນທົນ ຊາວຟີລິບປິນ ເຊິ່ງໄດ້ແບ່ງໄລຍະທາງກັນ ຜູ້ໜຶ່ງ ແລ່ນ 55 ກິໂລແມັດ ຕໍ່ມື້, ມື້ໜຶ່ງ ແລ່ນ 2 ຄົນ (ລວມ 110 ກິໂລແມັດຕໍ່ມື້) ເຊິ່ງທ່ານ ຄາໂລ ບາຄາລາ ຈະໄດ້ແລ່ນທຸກມື້, ທ່ານນາງ ວຽງດາລາ ສົມເພັດ ຮ່ວມແລ່ນມື້ທຳອິດ 55 ກິໂລແມັດ, ທ່ານ ເດືອນເພັງ ຈິນດາວົງ ແລ່ນມື້ທີສອງ 55 ກິໂລແມັດ, ທ່ານ ຄາເມລອນ ເລ ມື້ທີສາມ 55 ກິໂລແມັດ ແລະ ມື້ທີ່ 4 ທ່ານ ຄາໂລ ບາຄາລາ ແລ່ນຄົນດຽວ 55 ກິໂລແມັດ ເຖິງແຂວງຫລວງພະບາງ.
ກຸ່ມວີລັນ (We Run) ເປັນກຸ່ມແລ່ນ ຢູ່ນະຄອນຫລວງວຽງຈັນ, ທີ່ເກີດຂຶ້ນທຳອິດຈາກການກະກຽມ ແລະ ເຂົ້າຮ່ວມ ການແລ່ນລາຍການຫລວງພະບາງ ຮາບມາລາທອນ ໃນປີຜ່ານມາ. ໃນໄລຍະຜ່ານມາ, ກຸ່ມວີລັນ ກໍໄດ້ຈັດກິດຈະກຳດັ່ງກ່າວ, ໂດຍທ່ານ ຄາໂລ ບາຄາລາ ນັກແລ່ນທົນ ຊາວຟີລິບປິນ ແລ່ນຄົນດຽວ ໃຊ້ເວລາທັງໝົດ 5 ວັນ, ມື້ໜຶ່ງແລ່ນປະມານ 75-80 ກິໂລແມັດ ເພື່ອລະດົມທຶນຊ່ວຍເຫລືອໂຮງໝໍດັ່ງກ່າວ, ເຊິ່ງໂຮງໝໍນີ້, ໄດ້ເປີດໃຫ້ບໍລິການ ປິ່ນປົວເດັກນ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ແຕ່ຕົ້ນປີ 2015 ເປັນຕົ້ນມາ.

No comments