ສັບພະຄຸນຂອງໝາກມ່ວງຫິມມະພານ

ແກ່ນໝາກມ່ວງຫິມະພານເປັນໝາກໄມ້ທີ່ມີເປືອກແຂງມີເມັດດຽວລັກສະນະຄ້າຍຄືຖົງມືຂອງນັກມວຍມີສີນໍ້າຕານປົນສີເທົາ,
ຊຶ່ງແກ່ນໝາກມ່ວງຫິມະພານມີສັບພະຄຸນຫຼາຍຢ່າງບໍ່ວ່າຈະເປັນສານອາຫານ, ແຮ່ທາດ, ວິຕາມິນ ແລະເປັນຢາປິ່ນປົວພະຍາດຫຼາຍຊະນິດເຊັ່ນ:

ມີສັບພະຄຸນຊ່ວຍປ້ອງກັນໂລກມະເຮັງ, ຫຼຸດຄວາມສ່ຽງຂອງ ການເກີດໂລກມະເຮັງລຳໄສ້ໃຫຍ່, ມີທາດແມກນີຊຽມໃນປະລິມານຫຼາຍ ຈິ່ງຊ່ວຍບຳລຸງສຸຂະພາບເຫືອກ, ສຸຂະພາບແຂ້ວ ແລະກະດູກໃຫ້ແຂງແຮງ ແລະປ້ອງກັນການເກີດໂລກກະດູກໃນຜູ້ອາ ຍຸສູງ ນອກຈາກນັ້ນ ຖ້າຮັບປະທານເມັດໝາກມ່ວງຫິມະພານເປັນປະຈຳຈະຊ່ວຍປ້ອງກັນໂລກຈໍປະສາດຕາເສື່ອມໄດ້ອີກດ້ວຍເຖິງແມ່ນວ່າໝາກມ່ວງຫິມະພານຈະມີປະໂຫຍດຫຼາຍ, ແຕ່ກໍ່ໃຫ້ໂທດເຊັ່ນດຽວກັນ, ຖ້າຫາກຮັບປະທານຫຼາຍກໍອາດສົ່ງຜົນ ເສຍຕໍ່ສຸຂະພາບເຊັ່ນ: ການຕົກຄ້າງຂອງສານອອກຊາເລດ ແລະແພ້ຖົ່ວ ສະນັ້ນຈິ່ງຄວນບໍລິໂພກແກ່ນໝາກ ມ່ວງຫິມະພານໃຫ້ພໍດີ.


ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.