ກຽມຕົວກຽມໃຈກ່ອນຂໍ້ຫົວເຂົ່າເສື່ອມ
ໂລກຂໍ້ຫົວເຂົ່າເສື່ອມເປັນໂລກທີ່ເກີດຈາກການເສື່ອມຂອງກະດູກ ອ່ອນຜິວຂໍ້ຫົວເຂົ່າ ທັງທາງດ້ານຮູບຮ່າງໂຄງສ້າງການເຮັດວຽກຂອງກະດູກຂໍ້ຕໍ່
ແລະກະດູກບໍລິເວນໃກ້ຂໍ້ຫົວເຂົ່າການປ່ຽນແປງທີ່ເກີດຂຶ້ນບໍ່ສາມາດກັບມາສູ່ສະພາບເດີມ ແລະອາດມີຄວາມເສື່ອມຮຸນແຮງຂຶ້ນຕາມລຳດັບ.
ຂໍ້ຫົວເຂົ່າເສື່ອມແບ່ງອອກເປັນ 2 ແບບຕາມລັກສະນະອາການຄື:
1 ຂໍ້ຫົວເຂົ່າເສື່ອມແບບບໍ່ຮູ້ສາເຫດ: ເປັນພາວະເກີດຈາກການເສື່ອມຂອງຜິວກະດູກອ່ອນຕາມໄວ ສຳຜັດກັບອາຍຸຫຼາຍຂຶ້ນ, ນໍ້າໜັກ, ກຳມະພັນມັກເກີດກັບແມ່ຍິງ.
2 ຂໍ້ຫົວເຂົ່າເສື່ອມແບບຮູ້ສາເຫດ: ເຊັ່ນເຄີຍເກີດອຸບັດເຫດມີອາການເຈັບທີ່ຂໍ້ຫົວເຂົ່າ ແລະເສັ້ນເອັນການບາດເຈັບຊໍ້າເຮື້ອທີ່ບໍລິເວນຂໍ້ຫົວເຂົ່າຈາກການເຮັດວຽກ ຫຼື ຫຼິ້ນກີລາ ໂລກຂໍ້ອັກເສບຕິດເຊື້ອພະຍາດຂອງຕ່ອມບໍ່ມີທໍ່ເປັນຕົ້ນ.
ອາການສະແດງໃນໄລຍະທຳອິດ: ເລີ່ມປວດຫົວເຂົ່າເວລາມີການເຄື່ອນໄຫວເຊັ່ນ: ຍ່າງຂຶ້ນຂັ້ນໄດ ຫຼື ນັ່ງພັບຫົວເຂົ່າອາການຈະດີຂຶ້ນເມື່ອຢຸດພັກການໃຊ້ຂໍ້ຫົວເຂົ່າ, ມີອາການຂໍ້ຫົວເຂົ່າຂັດ ເມື່ອຢຸດການເຄື່ອນໄຫວດົນໆ, ມີສຽງສຽດສີຂອງກະດູກ ຫຼື ມີສງຽດັງໃນຂໍ້ຫົວເຂົ່າ, ເມື່ອກະດູກເສື່ອມຮຸນແຮງອາການເຈັບຈະເພີ່ມຫຼາຍຂຶ້ນ, ຢຽດ ຫຼື ງໍຫົວເຂົ່າບໍ່ສຸດ, ກ້າມເນື້ອຕົ້ນຂາລີບ, ຂໍ້ຫົວເຂົ່າໂຄ້ງ ຫຼື ບ້ຽວຜິດຮູບ.
ການຮັກສາ: ປັບການໃຊ້ຊີວິດປະຈຳວັນ ຫຼີກລຽງການນັ່ງພັບພຽບ, ຄຸກເຂົ່າ, ນັ່ງສະມາທິ, ຂຶ້ນຂັ້ນໄດ, ຍົກຂອງໜັກ, ໃຊ້ຢາບັນ ເທົາທາຂໍ້ຫົວເຂົ່າເສື່ອມ ເພື່ອຫຼຸດອາການປວດ, ອັກເສບຂໍ້ຫົວເຂົ່າ ແລະການປິ່ນປົວດ້ວຍວິທີຜ່າຕັດ.

No comments