ກອງປະຊຸມໃຫຍ່ ຜູ້ແທນພະສົງ ທົ່ວປະເທດ ສະໄໝທີ VII ອັດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ

ຂປລ. ກອງປະຊຸມໃຫຍ່ ຜູ້ແທນພະສົງ ທົ່ວປະເທດ ​ໄດ້​ປິດ​ລົງ ​ດ້ວຍ​ຜົນ​ສໍາ​ເລັດ ​ຢ່າງ​ສະຫງ່າ​ງາມ ໃນວັນ​ທີ 20 ກັນຍາ 2016 ນີ້, ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໂດຍການເປັນປະທານ ຂອງພະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ, ພະອາຈານ ປະທານສົງແຫ່ງ ສສ ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ໂດຍໃຫ້ກຽດເຂົ້າຮ່ວມ ຈາກກະຊວງທະບວງກົມ ອອ້ມຂ້າງສູນກາງ ແລະ ນະຄອນຫລວງ ຄະນະ ອພສ ແຂວງທົ່ວປະເທດ ຄະນະ ອພສ ເມືອງ ທົ່ວນະຄອນຫລວງ ເຈົ້າອະທິການ ສົມພານວັດ ຜູ້ຊົງຄຸນວຸດທິ ແລະ ພຸດທະສາສະນິກກະຊົນ, ໃນນີ້ ມີພະສົງເຂົ້າຮ່ວມທັງໝົດ 551 ອົງ, ແຂກຖືກເຊີນ 147 ທ່ານ.

ພາຍຫລັງ​ ດໍາ​ເນີນ​ມາ​ເປັນ​ເວລາ 2 ວັນ ກອງປະຊຸມ ໄດ້ມີມະຕິຮັບຮອງເອົາ ຄະນະກຳມະການ ສູນກາງອົງການ​ ພຸດ​ທະ​ສາສະໜາ​ສັມພັນ (ອພສ)75 ອົງ, ຄະນະປະຈຳ 17 ອົງ, ຮອງປະທານ 4 ອົງ ຊີ້ນຳທັງ 4 ກຳມາທິການ ປະກອບດ້ວຍ ພ.ຈ ມະຫາບຸນມາ ສິມມາພົມ ເປັນຮອງປະທານ ຊີ້ນຳວຽກງານປົກຄອງສົງ. ພ.ຈ ມະຫາ ບົວຄຳ ສາຣິບຸດ ເປັນຮອງປະທານ ຊີ້ນຳວຽກງານສຶກສາສົງ. ພ.ອ ມະຫາເຫວດ ມະເສໄນ ເປັນຮອງປະທານຊີ້ນຳ ວຽກງານເຜີຍແຜ່. ພ.ຈ ຄຳມາ ປັນຍາວິຈິດ ເປັນຮອງປະທານ ຊີ້ນຳວຽກງານ ສາທາລະນູປະການ ແລະ ຮັບຮອງເອົາຫົວໜ້າ ກຳມາທິການ 4 ອົງ ປະກອບດ້ວຍ ພ.ອ ບຸນສີ ວົງພູມີ ເປັນຫົວໜ້າກຳມາທິການ ປົກຄອງສົງ, ພ.ຈ ມະຫາພູສະຫວັນ ພັນທະບົວລີ ເປັນຫົວໜ້າ ກຳມາທິການສຶກສາສົງ. ພ.ອ ສີທົນ ໄຊຍະວົງສອນ ເປັນຫົວໜ້າ ກຳມາທິການເຜີຍແຜ່. ພ.ຈ ບຸນທະວີ ປະສິດທິສັກ ເປັນຫົວໜ້າກຳມາທິການ ສາທາລະນູປະການ ແລະ ແຕ່ງຕັ້ງ ພ.ຈ ປອ. ດຳລົງ ພິມມະຈັກ ເປັນຫົວໜ້າ ຫ້ອງການສູນກາງ ອພສ.

ທີ່ມາ: www.kpl.gov.la

No comments

Theme images by compassandcamera. Powered by Blogger.