ໄຟຟ້າຫົງສາ ມອບທຶນການສຶກສານັກຮຽນເກັ່ງ 3 ເມືອງແຂວງໄຊຍະບູລີ

ຂປລ.​ ​ໃນ​ອາທິດ​ທີ່​ຜ່ານ​ມາ​ນີ້, ທ່ານ ຢຸດທະນາ ຈຸນພັນທອງ ຜູ້ອຳນວຍການຝ່າຍສື່ສານ ຂອງບໍລິສັດໄຟຟ້າຫົງສາ ຈຳກັດ ​ໄດ້​ໃຫ້ກຽດມອບທຶນ ການສຶກສາ​ ໃຫ້​ແກ່ນັກຮຽນເກັ່ງ ​ແລະ ຄຸນສົມບັດດີ ສຳລັບສົກປີ 2016-2017 ຈຳນວນ 120 ລ້ານກີບ, ມີ 40 ທຶນ ທີ່ມາຈາກໂຮງຮຽນ ມສ ຫົງສາ, ມສ ຊຽງຮ່ອນ ແລະ ມສ ເມືອງເງິນ ​ແຂວງ​ໄຊ​ຍະ​ບຸລີ ​ເຊິ່ງຮັບ ໂດຍແມ່ນທ່ານ ຄຳພັນ ແປງແສງແກ້ວ ຮອງຫົວໜ້າຫ້ອງ ການສຶກສາເມືອງຫົງສາ.

ທ່ານ ຢຸດທະນາ ຈຸນພັນທອງ ໄດ້ໃຫ້ຮູ້ວ່າ: ເປັນປີທີ 5 ແລ້ວ ທີ່ບໍລິສັດໄຟຟ້າຫົງສາ ໄດ້​ໃຫ້ການ​ສະໜັບສະໜູນ ທຶນການສຶກສາ, ອຸປະກອນການສຶກສາ ລວມທັງພາຫະນະຮັບໃຊ້ ​ແລະ ວຽກງານຂະບວນ ການຕ່າງໆ​ແກ່ 3 ​ເນື່ອງຈາກໄດ້ຮັບຜົນກະທົບ ຈາກໂຄງການ ​ເຊິ່ງມີເກືອບ 70 ທຶນ, ມູນຄ່າທັງໝົດ 450 ກ່ວາລ້ານກີບ. ເພື່ອພັດທະນາ ການສຶກສາຢູ່ 3 ເມືອງ ໃຫ້​ໄດ້ນັກຮຽນດີ, ຮຽນເກັ່ງ, ມີຄຸນສົມບັດດີ, ເມື່ອຮຽນຈົບໄປແລ້ວ ໄປຮຽນຕໍ່ສາຍວິຊາຊີບ ທາງໂຄງການຍັງຈະໄດ້ ໃຫ້ທຶນຊ່ວຍເຫລືອ ຈົນຮຽນຈົບ ວິຊາສະເພາະເຊັ່ນ: ລະດັບປະລິນຍາຕີປີລະ 15 ລ້ານກີບ, ຊັ້ນສູງປີລະ 10 ລ້ານກີບ ແລະ ເປັນ ນັກຮຽນສາມັນ ຈະໄດ້ປີລະ 3 ລ້ານກີບ, ​ເຊິ່ງ​ເລີ່​ມປະຕິບັດ ໃນສົກປີ 2014-2015 ມີ 6 ທຶນ, ສົກປີ 2015-2016 ມີ 5 ທຶນ ແລະ 2016-2017 ມີ 5 ທຶນ.

ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວສະແດງ ຄວາມຂອບໃຈມາ ຍັງໂຄງການ ທີ່ໄດ້ປະກອບສ່ວນທຶນຮອນ, ອຸປະກອນການສຶກສາ ແລະ ພາຫະນະຮັບໃຊ້, ເຂົ້າໃນວຽກງານ ການສຶກສາ ໃຫ້ນັບມື້ ນັບຂະຫຍາຍຕົວ, ທັງເປັນການປະກອບສ່ວນ ສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ເດັກໃນວັນນີ້ ກໍ່ຄຶຜູ້ໃຫ່ຍໃນວັນໜ້າ, ເປັນຜູ້ສຶບທອດ ພາລະກິດຂອງຊາດເຮົາ ໃນອານາຄົດ.

ທີ່ມາ: www.kpl.gov.la/

No comments

Theme images by compassandcamera. Powered by Blogger.