ສູດເຮັດປຸ໋ຍຊີວະພາບ

* ຜັກປອດສານພິດ ເປັນຍອດຍິ່ງ ປາຖະໜາ ຂອງຜູ້ບໍລິໂພກຕະຫລາດ ຈຶ່ງມີຄວາມຕ້ອງການສູງ ແຕ່ບໍ່ແມ່ນຊາວສວນທຸກຄົນ ທີ່ຈະລົງທຶນເຮັດສວນ ກະສິກຳອິນຊີ ເພາະເຂົ້າໃຈວ່າ ໃຊ້ເວລາດົນ ໃນການເກັບກ່ຽວ ຜົນຜະລິດ, ລາຄາປຸ໋ຍຊີວະພາບກໍ ແພງ ແລະ ຊອກຍາກ. ຄໍລຳມື້ນີ້ ຂໍແນະນຳສູດ ເຮັດປຸ໋ຍຊີວະພາບ ມາຝາກເພາະ ປຸ໋ຍຊີວະພາບ ມີຄຸນປະໂຫຍດຫລາກຫລາຍ ທັງຊ່ວຍປັບປຸງດິນໄດ້ດີ ກວ່າປຸ໋ຍເຄມີ, ເພີ່ມປະລິມານ ຈຸລິນຊີດິນບາງຊະນິດ ຫລາຍກວ່າປຸ໋ຍເຄມີ, ມີທາດອາຫານເສີມ ຫລາຍ ກວ່າປຸ໋ຍເຄມີ, ຢູ່ໃນດິນໄດ້ດົນ ແລະ ຄ່ອຍໆປ່ອຍ ທາດອາຫານອອກ ມາພ້ອມນີ້ຍັງ ສົ່ງເສີມສິ່ງທີ່ມີ ຊີວິດທີ່ເປັນປະໂຫຍດ ໃນດິນອີກດ້ວຍ.
ສູດທີໜຶ່ງ ແມ່ນປຸ໋ຍບົ່ມ (ນ້ຳບົ່ມຊີວະພາບ) ໂດຍກຽມວັດຖຸດິບຄື: ຜັກ, ໝາກໄມ້ ຫລື ເສດອາຫານ 1 ສ່ວນ+ກາກນ້ຳຕານ ຫລື ນ້ຳຕານແດງ 1 ສ່ວນ.
ວິທີປະສົມ: ເອົາວັດຖຸດິບປະສົມ ເຂົ້າກັນປະໄວ້ 7 ວັນ (ນ້ຳບົ່ມຈະເລີ່ມເປັນສີນ້ຳຕານ ແກ່ມີກິ່ນຫອມປົນສົ້ມ ຖ້າປຸ໋ຍບົ່ມມີ ສີນ້ຳຕານອ່ອນ ແລະ ກິ່ນບູດສະແດງ ວ່າໃສ່ນ້ຳຕານບໍ່ພໍໃຫ້ເພີ່ມກາກ ນ້ຳຕານລົງໄປອີກ, ກິ່ນບູດຈະຄ່ອຍໆ ຈາງໄປເອງແລ້ວ ສືບຕໍ່ບົ່ມໄປເລື້ອຍໆ) ຕວງນ້ຳບົ່ມໃສ່ຕຸກ ຫລື ພາຊະນະແລ້ວ ເກັບມ້ຽນໄວ້ ບ່ອນມືດ ໃນຫ້ອງທຳມະດາ ຈະເກັບຮັກສາໄວ້ ໄດ້ດົນປະມານ 6 ເດືອນຫາ 1 ປີ.
ສູດທີສອງ: ການເຮັດປຸ໋ຍຊີວະພາບ ແຫ້ງວິທີນີ້ຕ້ອງ ໃຊ້ວັດຖຸດິບ ເປັນເສດພືດຜັກ 10ປິດ+ແກບ 10 ປິດ+ມູນສັດ 10 ປິດ+ຮຳອ່ອນ 1 ປິດ+ນ້ຳບົ່ມພືດ 1 ບ່ວງແກງ+ ກາກນ້ຳຕານ 4 ບ່ວງແກງ+ ນ້ຳ 1 ຄຸບົວຫົດນ້ຳ (18 ລິດ)
ວິທີປະສົມ: ເອົາວັດຖຸດິບແຫ້ງ ທັງໝົດປະສົມໃຫ້ເຂົ້າກັນ, ເອົານ້ຳປະສົມ ນ້ຳບົ່ມຊີວະພາບ ແລະ ກາກນ້ຳຕານຫົດໃຫ້ທົ່ວ, ກວດເບິ່ງຄວາມປຽກ ຊຸ່ມຂອງປຸ໋ຍ ໂດຍກຳໄວ້ໃນມື ເມື່ອປ່ອຍມືອອກຈະຈັບ ກັນເປັນກ້ອນຫລົມໆ, ພໍແຕະກ້ອນ ແລ້ວແຕກ ແມ່ນໃຊ້ໄດ້. ຈາກນັ້ນເຂ່ຍ ໄປມາກອງປຸ໋ຍໃຫ້ສະເໝີກັນໃຫ້ສູງ ຈາກພື້ນບໍ່ເກີນ 30ຊມ. ປົກຄຸມ ດ້ວຍເປົາປ່ານໃຫ້ແຈບດີຖ້າປະສົມ ປຸ໋ຍຕອນເຊົ້າຕອນແລງໃຫ້ກວດ ເບິ່ງ ໂດຍເອົາມືສອດເຂົ້າໄປໃນ ກອງ ປຸ໋ຍຈະຮ້ອນຫລາຍ ແລະ ມື້ຕໍ່ມາ ຈະເລີ່ມມີເສັ້ນໃຍ ຂາວໆປະກົດຂຶ້ນ ຕາມຜິວໜ້າກອງ ປຸ໋ຍສະແດງວ່າ ຈຸລິນຊີເລີ່ມ ມີປະຕິກິລິຍາແລ້ວ ປະໄວ້ 3 ວັນ ຈາກນັ້ນ ຈຶ່ງເປີດເປົາປ່ານອອກ, ຄົນປຸ໋ຍໃຫ້ທົ່ວ ອີກເທື່ອໜຶ່ງ ແລ້ວອັດເປົາປ່ານ ໄວ້ຄືເກົ່າອີກ 3-4 ມື້ຕໍ່ມາ ໃຫ້ກວດເບິ່ງອີກຖ້າປຸ໋ຍ ມີຄວາມເຢັນຖືວ່າ ໃຊ້ໄດ້ຖ້າຍັງມີ ຄວາມຮ້ອນຢູ່ ໃຫ້ປະໄວ້ຕໍ່ໄປອີກ ຈົນກວ່າຈະເຢັນ ຈຶ່ງສາມາດນຳໄປໃຊ້ໄດ້.

ທີ່ມາ: www.kpl.gov.la

No comments

Theme images by compassandcamera. Powered by Blogger.