ຕົ້ນກະຖິນ
ຕົ້ນກະຖິນ ແມ່ນພືດໄມ້ຢືນຕົ້ນ ສູງປະມານ 10 ແມັດ, ຖອດຍອດໄວ, ແຕກກິ່ງກ້ານໄວ, ຕັດບໍ່ພໍຄາວ ປົ່ງດົກໄວ. ບາງຕົ້ນເກີດເປັນພຸ່ມ, ກະຖິນແພ່ພັນໄວ, ແພ່ພັນດ້ວຍແກ່ນ.
ໃບ: ຈະເປັນໃບປະກອບ ມີກ້ານໃບຍາວ 15-30 ຊັງຕີແມັດ, ແຕກອອກເປັນກ້ານຍ່ອຍໆ 3-10 ຄູ່, ກ້ານຍາວປະມານ 10 ຊັງຕີແມັດ, ມີໃບນ້ອຍຄ້າຍ ໃບຫມາກຂາມ ມີສີຂຽວເຂັ້ມ
ດອກ : ຈະອອກເປັນຊໍ່ ຂະໜາດນ້ອຍ ກົມຟູ ສີຂາວ ມີກິ່ນຫອມອ່ອນ, ດອກຈະເປັນເສັ້ນຝອຍໆ
ໝາກກະຖິນ: ຈະເປັນຝັກແປຍາວ 12-18 ຊັງຕີແມັດ, ກ້ວາງປະມານ 2 ຊັງຕີແມັດ, ມີເມັດພາຍໃນ 15-30 ເມັດ.
ສ່ວນທີ່ໃຊ້ເປັນຢາ: ຄືໃບ, ຍອດອ່ອນ, ເມັດອ່ອນ, ເປືອກ ແລະ ຮາກ.
ໃບ : ໃຊ້ກິນແກ້ຖອກທ້ຶອງ, ສະໝານແຜ ແລະ ຫ້າມເລືອດ
ເປືອກ: ໃຊ້ເປັນຢາ ອາຍຸວັດທະນະ, ຂັບລົດ ແລະ ຂັບລະດູຂາວ.
ກະຖິນມີດີຫລາຍຢ່າງ ໃຊ້ເປັນຢາປາບຫ່າສັດປິກ ເຊັ່ນ: ໄກ່, ເປັດ ເປັນຕົ້ນ. ເອົາກະຖິນໃບມາຕຳໂຄກ ຄົນກັບເຂົ້າ ແລະ ຮຳ ໃຫ້ສັດລ້ຽງກິນ. ກະຖິນມີທາດເຫລັກ ກິນແລ້ວເຮັດໃຫ້ ກະດູກແຂງແຮງ ກະຖິນຍັງເປັນພືດສະໝຸນໄພ ທີ່ຄົບວົງຈອນ, ປົວທັງຄົນ ທັງສັດ, ຄົນໃດກິນຕຳສົ້ມໝາກຫຸ່ງ ເອົາຍອດກະຖິ່ນ ມາກັບ ບໍ່ຄ່ອຍຈະເຈັບທ້ອງ, ເຈັບກະເພາະ ເພາະມັນເປັນຢາປົວໄປໃນຕົວ.
ໃບກະຖິນ ຍັງນຳມາຕົ້ມດື່ມເມື່ອມີຮອຍເລືອດຟົກຊ້ຳ ເລືອດຕົກໃນ
ທີ່ມາ: www.kpl.gov.la/

No comments