ສັບພະຄຸນທາງຢາ ຂອງໝາກຫວດ

ໝາກ ​ຫວດ​ບ້ານ​ເຮົາ​ ກິນ​ຫລິ້ນ​ໆ​ ​ຮູ້​ ຫຼື ບໍ່​ ເປັນຢາບຳ​ລຸງ​ກຳ​ລັງ​ ແລະ ​ສ່ວນ​ທີ່​ນຳ​ມາ​ໃຊ້​ປະໂຫຍດ​ໄດ້​ແກ່:​ ໝາກ, ເປືອກ​ຕົ້ນ​, ຮາກ, ໃບ​ ແລະ​ ແກ່ນ
ສັບ​ພະຄຸນ​ທາງ​ຢາ​: ໝາກ ບຳ​ຣຸງ​ກຳ​ລັງ​ ຊ່ວຍ​ແກ້​ຖອກທ້ອງ,​ ເປືອກ​ຕົ້ນ​ ຊ່ວຍ​ບຳ​ລຸງ​ທາດ​ໃນ​ຮ່າງກາຍ, ຮາກ​ ຢາ​ແກ້​ອາການເຈັບທ້ອງ​ ຢາ​ຂັບ​ພະຍາດ​ ຊ່ວຍ​ແກ້​ພິດ​ຝີ​ພາຍ​ໃນ​ ປິ່ນປົວພະຍາດ​ຜິວ​ໜັງ​ ຜິວ​ໜັງ​ເປັນ​ຜື່ນ​ຄັນ​, ໃບ​ ຊ່ວຍ​ຮັກສາ​ອາການ​ໄຂ້ ແລະ ​ເມັດ​ ແກ້​ໄອ​ຫອບ​ໃນ​ເດັກ​ ຊ່ວຍ​ແກ້​ອາການ​ໄອ​ຊຳເຮື້ອ​ ບໍາລຸງ​ເສັ້ນ​ເອັນ​.

ວິທີ​ການນຳ​ໃຊ້​ :

1. ຊ່ວຍຮັກສາ​ອາການ​ໄຂ້​​ ນໍາ​ໃບ​ມາ​ຮັບປະທານ​ສົດ​ໆ​ ຫລື ​ນຳ​ມາ​ຕົ້ມ​ກັບ​ນ້ຳ​ ດື່ມ​ຮັບປະທານ​
2. ບຳ​ລຸງ​ກຳ​ລັງ​ ຊ່ວຍ​ແກ້ຖອກ​ທ້ອງ​​ ນໍາໝາກ​ມາ​ຮັບປະທານ​ສົດ​ໆ​
3. ຊ່ວຍ​ບຳ​ລຸງ​ທາດ​ໃນ​ຮ່າງກາຍ​ ແກ້​ທາດ​ພິ​ການ​ ຊ່ວຍ​ສ​ະມານ​ແຜ ນຳ​ເປືອກ​ຕົ້ນ​ມາ​ຕົ້ມ​ກັບ​ນ້ຳ ແລ້ວ​ດື່ມ
4. ຢາ​ແກ້​ອາການ​ເຈັບ​ທ້ອງ​ ຢາ​ຂັບ​ພະຍາດ​ ຊ່ວຍ​ແກ້​ພິດ​ຝີ​ພາຍ​ໃນ​ ປິ່ນປົວພະຍາດ​ຜິວ​ໜັງ​ ຜິວ​ໜັງ​ເປັນ​ຜື່ນ​ຄັນ​​ ນໍາ​ຮາກ​ມາ​ຕົ້ມ​ກັບ​ນ້ຳ​ ແລ້ວດື່ມ​
5. ແກ້​ໄອ​ຫອບ​ໃນ​ເດັກ​ ຊ່ວຍ​ແກ້​ອາການ​ໄອ​ຊຳເຮື້ອ​ ບໍາລຸງ​ເສັ້ນ​ເອັນ​ ນໍາເມັດ​ມາ​ຕົ້ມ​ກັບ​ນ້ຳ​ ແລ້ວດື່ມ​

No comments

Theme images by compassandcamera. Powered by Blogger.