ປະໂຫຍດຂອງໄຂ່ນົກກະທາ

ນົກ​ກະທາ​ມີ​ສອງ ​ຊະນິດ​ຄື: ນົກ​ກະທາທົ່ງ ​ແລະ ນົກ​ກະທາ​ແຂ້​ງ​ຂຽວ ນົກ​ກະທາ​ໄຂ່​ຄັ້ງ​ລະ 7-12 ໜ່ວຍ ​ໂດຍ​ຕະຫລອດ​ຊີວິດ ນົກ​ກະທາ​ບາງ​ພັນ​ ອອກ​ໄຂ່​ຫລາຍ​ເຖິງ 100-300 ໜ່ວຍ, ທັງ​ຊີ້ນ ​ແລະ ​ໄຂ່​ສາມາດ​ນຳ​ມາ​ປຸງ​ແຕ່ງ​ ເປັນ​ອາຫານ ​ແລະ ຢາ​ໄດ້.

​ໃນ​ຕຳລາ​ຂອງ​ຄົນ​ຈີນ ສູດ​ຕຳລາ​ລ້ຳ​ຄ່າ​ຂອງ​ໝໍ​ໂອ​ຈຸນ​ທີ່ UNESCO ຄັດ​ເລືອກ​ໃຫ້ເປັນມໍລະດົກ​ຄວາມ​ຊົງ​ຈຳ​ແຫ່ງ​ໂລກ ບັນທຶກ​ໄວ້ວ່າ ຫລັງ​ເກີດ​ລູກ​ແລ້ວ​ມີ​ ອາການ​ຫົວ​ໃຈ​ເຕັ້ນ​ແຮງ ​ແລະ ໜ້າ​ແດງ ລວມ ທັງອາການ​ໜາວ ຫລື ຮູ້ສຶກ​ເມື່ອຍ​ ມີ​ລົມ​ພັດ​ມາ​ປວດຮາກ, ນອນ​ບໍ່​ລັບ, ວິ​ນຫົວ​ປວດ​ກ້າມ​ຊີ້ນ ​ແລະ ຮູ້ສຶກ​ຊາ​ມື​, ມີ​ເຫື່ອອອກ​ຫລາຍ, ຄໍ​ແຫ້ງ, ຜິວ​ແຫ້ງ ​ເບື່ອ​ອາຫານ​ເນື່ອງຈາກ​ ລະບົບ​ທາງ​ເດີນ​ ອາຫານຜິດ​ປົກກະຕິ​ເຊັ່ນ: ຫອບ​ຫືດ​​, ປວດ​ເບົາ​ຕະຫລອດ ​ເນື່ອງ​ຈາກ​ກະ​ເພາະ​ ປັດ​ສະວະ​ອັກ​ເສບ ຜົມ​ຫລົ່ນ, ປວດ​ແອວ, ປວດບໍລິ​ເວນຂໍ້​ຕໍ່ກະດູກ ໄຂ່​ນົກ​ກະທາ ສາມາດຊ່ວຍໄດ້ ​ໂດຍ​ກິນດິບໆ ຫລື​ ຕົ້ມ​ໃຫ້​ສຸກ​ດີ​ກໍ່​ໄດ້.

ຫລັງ​ເກີດ​ລູກ​ຄວນ ​ກິນ​ໄຂ່​ນົກ​ກະທາ​ດິບ​ ຄັ້ງ​ລະ 5 ໜ່ວຍ ວັນ​ລະ 3 ຄັ້ງ ​ແລະ ກິນ​ຢ່າງ​ຕໍ່​ເນື່ອງ 1 ​ເດືອນ​ຂຶ້ນ​ໄປ ຈະເຮັດໃຫ້ສຸຂະພາບແຂງແຮງ.

No comments

Theme images by compassandcamera. Powered by Blogger.