ບຸດວາງສະແດງເມືອງແຮງສະເໜ່ ຈາກແຂວງອັດ ຕະປືໄດ້ຮັບຄວາມສົນໃຈ
ຂປລ. ບຸດວາງສະແດງເມືອງແຮງສະເໜ່ ຈາກແຂວງອັດຕະປື ໄດ້ສ້າງຄວາມສົນໃຈ ໃຫ້ກັບບັນດາຜູ້ມາ ທ່ຽວຊົມໃນງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 13 ເຊິ່ງປີນີ້ ແຂວງອັດຕະປື ກໍໄດ້ນໍາເອົາຈຸດເດັ່ນທີ່ເປັນ ທ່າແຮງທາງດ້ານການລົງທຶນ, ການທ່ອງທ່ຽວ, ວັດທະນະທໍາ-ຮີດຄອງປະເພນີ ທີ່ເປັນເອກະລັກຂອງຊາດ ກໍຄືຂອງ ແຂວງ ມານໍາສະເໜີ ໃນງານດັ່ງກ່າວ.
ທ່ານ ກົງຈັກ ສີສະຫວາດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອັດ ຕະປື ໄດ້ໃຫ້ສໍາພາດໃຫ້ຮູ້ວ່າ: ປີນີ້ ແຂວງອັດຕະປື ໄດ້ຮັບເລືອກໃຫ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ່ 13 ເຊິ່ງ ແຂວງໄດ້ນໍາເອົາຫລາຍກິດຈະກໍາ ທີ່ໂດດເດັ່ນພາຍໃນແຂວງ ບໍ່ວ່າຈະເປັນຮູບແບບການຕົບແຕ່ງອອກ ແບບບຸດ ທີ່ຊື່ຄວາມໝາຍເຖິງວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ເປັນຕົ້ນ ຮູບແບບພະໃຫຍ່ ແລະ ທາດວັດ ຫລວງທີ່ຖືກສ້າງຂຶ້ນໃນສະໄໝພະເຈົ້າໄຊເສດຖາທິລາດ ເປັນພະພຸດທະຮູບຄູ່ບ້ານຄູ່ເມືອງຊາວຊະນິດກະຊົນ ໃຫ້ຄວາມ ເຄົາລົບບູຊາ ຖືກສ້າງຕັ້ງຂຶ້ນໃນປີ ຄສ 1886 ແລະ ພາບທາດເຈົ້າໄຊເສດຖາ ເປັນສະຖານທີ່ທ່ອງທ່ຽວ ແຫ່ງໜຶ່ງທີ່ມີ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວຊົມ. ນອກຈາກນີ້, ຍັງມີຮູບພາບຂອງວິຖີຊີວິດ ຂອງຊົນເຜົ່າຕະໂອຍ ເຊິ່ງແມ່ນໜຶ່ງໃນ 11 ເຜົ່າ ຢູ່ແຂວງອັດຕະປື, ຮູບພາບການຕໍ່າແຜນແຜ່ຂອງເຜົ່າຕະຫລຽງ ທີ່ສະແດງໃຫ້ເຫັນເຖິງ ສີລະປະສີໄມ້ລາຍມືອັນປານິດການຕໍ່າພາກະໂດ, ຜ້າຣຽງ.
ພ້ອມນີ້, ຍັງມີຮູບພາບສະຖານທີ່ການທ່ອງທ່ຽວ ໜອງຟ້າມີຄວາມສູງເໜືອຈາກໜ້ານໍ້າທະເລ ປະມານ 1200-1500 ແມັດ, ມີນໍ້າໃສຄ້າຍຄືນໍ້າທະເລ ຫ່າງຈາກເທສະບານແຂວງ 187 ກິໂລແມັດ, ມີເນື້ອທີ່ກວ້າງປະມານ 1 ກິໂລແມັດ ໂດຍມີການສັນນິຖານວ່າ ເກີດຈາກການຕົກຂອງລູກອູກາບາດ ເມື່ອຫລາຍຮ້ອຍປີກ່ອນ, ຮູບພາບ ໜອງໄກ່ໂອ໋ກ ຢູ່ເຂດເມືອງສານໄຊ, ຮູບພາບວີວປ່າໄມ້ທີ່ຍັງມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ຄວາມງົດ ງາມແບບທໍາມະຊາດ ທີ່ມີການປົກຫຸ້ມກວມ 58%. ຂະນະດຽວກັນ ກໍຍັງມີການວາງສະແດງຮູບພາບກ່ຽວກັບການ ຜະລິດແຜ່ນແຜ່, ການຜະລິດເຄື່ອງປັ້ນດິນເຜົ່າ ທີ່ເປັນເອກະລັກພູມປັນຍາ ຂອງປະຊາຊົນ ແລະ ອື່ນໆ.
ທ່ານ ກ່າວຕື່ມວ່າ: ນອກຈາກນີ້, ຍັງມີການສະແດງສິນລະປະບົດຟ້ອນ, ຮ້ອງພັດປ່ຽນສະກລັບໄປມາ ໄດ້ສ້າງຄວາມສົນໃຈ ໃຫ້ຜູ້ມາທ່ຽວຊົມ ມີຄວາມປະທັບໃຈເບີກບານມ່ວນຊື່ນ
ທີ່ມາ: www.kpl.gov.la

No comments